ໜ້າຫຼັກສູດອາຫານອາຫານຫວຽດນາມປະເພດຈືນ

ໝີ່ກອບ ລາດ ກຸ້ງລ໋ອບສະເຕີ້

(1 ໂຫວດ) • ໂດຍ nuocmamafoods

4 ຄົນ · ປານກາງ · 30 ນາທີ · ແພງ

ຢູ່ເຮືອນ ບໍ່ມີໃຜມັກ ກຸ້ງລ໋ອບສະເຕີ້ເລີຍ. ໃຜສົນໃຈມາກິນນຳກັນແດ່? ໝີ່ກອບ ລາດ ກຸ້ງລ໋ອບສະເຕີ້.

ສູດຈາກ IG nuocmamafoods, FB Vietnamese Soul Food

ເຄື່ອງປຸງ

ວິທີເຮັດ

1. ລວກຜັກ ປະມານ 1-2 ນາທີ. ແລ້ວ ລ້າງນ້ຳເຢັນ. ປະໄວ້ໃນຖ້ວຍ.

2. ເອົາກຸ້ງລ໋ອບສະເຕີ້ ເກືອກລົງແປ້ງສາລີ ກ່ອນ ໄປຈືນໃສ່ນ້ຳມັນຮ້ອນ. ຫ້າມຈືນສຸກຫລາຍ

3. ເອົາເສັ້ນໝີ່ ມາ ຖຸ່ງໆ ແຍກໆ. ປະໄວ້

4. ຕັ້ງໝໍ້ຂາງ ໃສ່ນ້ຳມັນ ໃຫ້ຮ້ອນ. ( ໝໍ້ຕ້ອງໃຫ້ໃຫຍ່ພໍທີ່ຈະ ຈືນໝີ່ ເວລາມັນຟູຂຶ້ນ ແລະ ນ້ຳມັນຕ້ອງຮ້ອນພໍ). ກວດເບິ່ງວ່າ ນ້ຳມັນໄດ້ທີ່ ໂດຍການ ຢອດເສັ້ນໝີ່ ລົງຫນ້ອຍໜຶ່ງກ່ອນ, ຖ້າມັນຟູຂຶ້້ນ ທັນທີ ຖືວ່າ ໝໍ້ຮ້ອນແລ້ວ. ໃຫ້ໃສ່ ສ່ວນທີ່ເຫລືອລົງໄປ ແລ້ວໃຊ້ ໄມ້ຖູ່ ສັ່ນໆ ຄົນໆ ມັນ. ເພື່ອໃຫ້ ມັນຟູຂຶ້ນຫລາຍໆ. ຈືນປະມານ ດ້ານລະ 3-5 ວິນາທີ.

5. ເຮັດ ຊ໊ອສ ລາດ: ໃຊ້ໝໍ້ ກະທະໃຫຍ່ໆ ໃສ່ນ້ຳມັນ 1 ບ່ວງແກງ ແລະ ກະທຽມລົງໄປ ຂົ້ວໃຫ້ເຫລືອງ. ໃສ່ນ້ຳຊຸບໄກ່ ແລະຂີງ ພໍມັນຟົດ ໃຫ້ໃສ່ ເຄື່ອງປຸງທັງໝົດລົງໄປ. ຄ່ອຍໆ ໃສ່ ແປ້ງສາລີທີ່ປະສົມນ້ຳແລ້ວນັ້ນ ລົງໄປ ມັກຂຸ້ນໆ ຕາມໃຈມັກ. ຊີມລົດຕາມໃຈ. ເອົາເຄື່ອງທີ່ກຽມກ່ອນໜ້າ ນີ້ ທຸກຢ່າງລົງໄປ ເຄືອບໆ ຄົນໆ ໃຫ້ເຂົ້າກັນ. ແລ້ວປິດໄຟ ຕຽມເສີບ ແຊບ :-)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ