ໜ້າຫຼັກສູດອາຫານໄຕ້ຫວັນເຄື່ອງດື່ມ

ຊາໄຂ່ມຸກ

(0 ໂຫວດ) • ໂດຍ A table c´est Chiou

4 ຄົນ · ງ່າຍ · 30 ນາທີ · ຖືກ

ມື້ນີ້ ຂ້ອຍ ຊິມາແຊ ສູດເຮັດ ຊາໄຂ່ມຸກ ຂັ້ນເທບ! ເຈົ້າຮູ້ບໍ່ວ່າ ກ້ອນແປ້ງ ນ້ອຍໆ ມົນໆ ຫັ້ນ ຖືກຄົ້ນພົບຢູ່ ເຄື່ອງດື່ມຂອງ ໄຕ້ຫວັນ??

ຈາກການບັນທຶກ, ຊາ ໄຂ່ມຸກ ໄດ້ຄົ້ນພົບ ທີ່ໄຕ້ຫວັນໃນປີ 1987, ແລະ ທີ່ນີ້ເຈົ້າສາມາດ ຊອກກິນໄດ້ ທຸກຈອກທຸກເເຈເລີຍ.! ມີໃຫ້ເລືອກແມ້ ກະທັ້ງ ປະລິມານ ນ້ຳຕານ ແລະ ນ້ຳກ້ອນ, ປະເພດ ຂອງຊາ ທີ່ໃສ່ກັບ ໄຂ່ມຸກ!

ສູດຈາກ FB A table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຕັ້ງໝໍ້ກະທະ ໃຫ້ຮ້ອນ ແລ້ວ ຖອກນ້ຳໃສ່ ຕົ້ມໃຫ້ຟົດ.

2. ເອົານ້ຳຕານຊາຍແດງ ໃສ່ 40 ກຣາມ ຄົນໃຫ້ ມັນລະລາຍ, ຈາກນັ້ນ ໃສ່ ແປ້ງສິງກະໂປ. ຄົນເຂົ້າກັນ ຈົນກວ່າ ມັນຫນຽວຕິດກັນ, ແລ້ວ ປິດໄຟ. ຖ້າແຫ້ງ ເກີນໄປ ໃຫ້ ຢອດນ້ຳ ໃສ່ໜ້ອຍໜຶ່ງ.

3. ເມື່ອ ແປ້ງ ສຸກ ແລະ ເຂົ້າກັນ ດີແລ້ວ. ເອົາອອກມາ ປັ້ນເປັນກ້ອນ ວົງມົນ ແລ້ວ ບີບ ເປັນແຜ່ນ. ຕັດ ເປັນເສັ້້ນ ແລ້ວ ຕັດ ເປັນກ້ອນ ລູກເຕົານ້ອຍໆ ແລ້ວ ລິ້້ງ ເປັນກ້ອນ ໄຂ່ມຸກ. ( ຊ່ວງນວດ ຖ້າມັນຕິດ ໃຫ້ໃຊ້ ແປ້ງ ສິງກະໂປ ໂຮຍ ແລະ ຫລັງຈາກ ປັ້ນກ້ອນນ້ອຍ ກະໃຫ້ ໃຊ້ແປ້ງໂຮຍ ບໍ່ໃຫ້ ຕິດກັນ).

4. ຄ້າງໝໍ້ ໃສ່ນ້ຳ ກາຍເຄິ່ງໝໍ້, ຕົ້ມ ໃຫ້ ພໍຟົດ ແລ້ວ ເທ ແປ້ງທີ່ປັ້ນນ້ອຍໆ ລົງໄປ. ຕົ້້ມໃຫ້ຟົດ ດ້ວຍໄຟແຮງໃຫ້ ຟົດອີກ ແລ້ວ ອ່ອນ ລົງ ປິດຝາໄວ້ ຕົ້ມຕໍ່ 15 ນາທີ. ໃຫ້ໝັ່ນຄົນ.

5. ປິດໄຟ ແຕ່ ປິດຝາໝໍ້ໄວ້ ຕໍ່ ອີກ 10 ນາທີ, ຈາກນັ້ນ ຕັກເອົາ ແຕ່ ໄຂ່ມຸກ ອອກໃສ່ຖ້ວຍ. ໃສ່ ນ້ຳຕານ ສ່ວນທີ່ ເຫລືອລົງໄປຄົນ ໃຫ້ລະລາຍ. ແລ້ວໃສ່ ນ້ຳກ້ອນລົງ ໄປຄົນ ແລະ ປະໄວ້ ໃຫ້ ມັນລະລາຍເຂົ້າກັນ.

6. ຖືວ່າ ໄຂ່ມຸກ ສຳເລັດແລ້ວ. ມີແຕ່ ກຽມຕັກໃສ່ ນ້ຳຊາ ຫລື ນົມ ຫລື ປົນ ກັນເປັນຊານົມ ແລ້ວ ແຕ່ມັກ. ພ້ອມດື່ມໄດ້ເລີຍ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ