ໜ້າຫຼັກສູດອາຫານໄຕ້ຫວັນປະເພດຂົ້ວ/ຜັດ

ຈືນໄຂ່ໃສ່ຜັກບົ່ວໃບ

(0 ໂຫວດ) • ໂດຍ A table c´est Chiou

2 ຄົນ · ງ່າຍ · 10 ນາທີ · ຖືກ

ໄດ້ເວລາກິນ. ແຕ່ວ່າ ເວລາມີໜ້ອຍ?! ຊັ້ນ ເຮັດ ຈືນໄຂ່ ໃສ່ຜັກບົ່ວໃບ ແບບ ໄຕ້ຫວັນ ກິນໄປ໋!

ຢູ່ໄຕ້ຫວັນ, ຈືນໄຂ່ ໃສ່ຜັກບົ່ວໃບ ແມ່ນເປັນ ຈານ ທີ່ເສີບຄຽງຄູ່ ກັບເຂົ້າ. ດ້ວຍວັດຖຸດິບ ທີ່ບໍ່ແພງ, ຈຶ່ງພາກັນ ກິນຕະຫລອດ ! ເຖິງແມ້ ບາງເທື່ອ ບໍ່ທັນໄດ້ຫຸງເຂົ້າ, ກະຍັງເອົາ ຈືນໄຂ່ ໃສ່ ເຂົ້າຈີ່ ແຜ່ນ ກິນ!!!

ເຄດິດ ຈາກເຟສບຸກA table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຊອຍຜັກບົ່ວໃບມຸ່ນໆ , ແລ້ວ ເອົາໃສ່ຖ້ວຍ ເຕາະໄຂ່ໃສ່, ຈາກນັ້ນໃສ່ເກືອ ແລະ ສະອິ້ວ ແລ້ວຄົນໃຫ້ເຂົ້າກັນ.

2. ຄ້າງໝໍ້ຂາງໃຫ້ຮ້ອນ ແລ້ວໃສ່ນ້ຳມັນ. ຖອກໄຂ່ທີ່ຕີ ນັ້ນລົງ, ຄົນແລະ ຈືນໄປ ບຶດໜຶ່ງ ແລ້ວ ປີ້ນ ດ້ານ. ໃຫ້ ມັນອອກແຫ້ມໆ ເຫລືອງໆ ຖືວ່າໃຊ້ໄດ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ