ໜ້າຫຼັກສູດອາຫານໄຕ້ຫວັນປະເພດຂົ້ວ/ຜັດ

ຜັດເຕົາຮູ້ກ້ອນ ແບບໄຕ້ຫວັນ

(0 ໂຫວດ) • ໂດຍ A table c´est Chiou

4 ຄົນ · ງ່າຍ · 20 ນາທີ · ຖືກ

ອາຫານ ຈານນີ້ ແມ່ນ ແມ່ຂ້ອຍ ມັກເຮັດໃຫ້ກິນ ເປັນເຂົ້າແລງ ຕະຫລອດ ! ດ້ວຍ ລົດຊາດຂອງ ຊ໊ອສ ຮົງຊາວ ດ້ວຍແລ້ວ ບໍ່ມີ ໃຜ ຈະປະຕິເສດ ເຕົາຮູ້ ຈານນີ້ໄດ້ເລີຍ.

ຖ້າ ໃຜບໍ່ມີ ເຫັດຫູໜູ ໃຫ້ປ່ຽນ ເປັນ ເຫັດ ຢ່າງອື່ນ ແທນກະໄດ້. ໃຜມັກ ຜັກ ເຊນາລີ ໃຫ້ຊອຍໃສ່ ພ້ອມກັນ ກັບ ຜັກບົ່ວ ເພື່ອເພີ່ມ ລົດຊາດຄວາມສົດຊື່ນຂຶ້້ນຕື່ມ.

ສູດຈາກ FB A table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຊອຍ ຫອມບົ່ວໃບ ແຍກ ສ່ວນກ້ານຂາວ ກັບ ໃບຂຽວ . ແລະ ຊອຍ ເຄື່ອງປະກອບ ພວກຜັກ ທັງໝົດ ແລ້ວປະໄວ້ ຈານ.

2. ຕັດ ເຕົາຮູ້ ເປັນຕ່ອນ ອ່າວໃຫຍ່, ແລ້ວ ເອົາແປ້ງ ໂຮຍໆ ເອືອບໄວ້. ຄ້າງໝໍ້ ກະທະ ໃສ່ນ້ຳມັນ ໜ້ອຍໜຶ່ງ ແລ້ວ ເອົາ ເຕົາຮູ້ ໃສ່ກະທະ ແລ້ວດາດ ໃຫ້ເຫລືອງ ທັງສອງດ້ານ, ຕັກອອກປະໄວ້.

3. ໃນກະທະດຽວກັນ, ຕື່ມນ້ຳມັນລົງຕື່ມ, ໃສ່ ກາລົດ, ຫົວບົ່ວໃຫຍ່ ແລະ ຂີງ. ຕາມດ້ວຍ ຫອມບົ່ວສ່ວນກ້ານ ຂາວ ແລະ ກະທຽມ. ຂົ້້ວຈົນໃຫ້ ມັນຫອມ ແລ້ວຈິ່ງໃສ່ ເຫັດ.

4. ໃສ່ ເຄື່ອງປຸງ ໝາກເຜັດຖົ່ວເນົ່າ (doubanjiang paste) ແລະສະອິ້ວ, ພ້ອມຕື່ມນ້ຳລົງໄປ. ຫລັງຈາກ ໜຶ່ງນາທີ ໃຫ້ໃສ່ເຕົາຮູ້ລົງໄປ ແລະ ປີ້ນທັງສອງດ້ານ ໃຫ້ເຂົ້້ານ້ຳຊ໊ອສ. ແລ້ວ ກໍ່ຕື່ມ ຜັກບົ່ວໃບລົງ.

5. ປຸງລົດດ້ວຍ ເກືອ ແລະ ນ້ຳຕານ. ໃນຕອນນີ້ ໃຫ້ ປົນແປ້ງໃສ່ນ້ຳ ໃນຖ້ວຍນ້ອຍ ແລ້ວ ຖອກລົງໝໍ້ ເພື່ອໃຫ້ ນ້ຳຊ໊ອສມັນຂຸ້ນຂຶ້້ນ.

6. ຊີມ ແລະ ຕັກເສີບ


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ