ໜ້າຫຼັກສູດອາຫານໄຕ້ຫວັນປະເພດ ອົບ/ເອາະ/ຕຸ໋ນ

ໝີ່ງົວ!

(0 ໂຫວດ) • ໂດຍ A table c´est Chiou

8 ຄົນ · ປານກາງ · 75 ນາທີ · ປານກາງ

ສະບາຍດີ ຕອນເຊົ້າທຸກຄົນ !

ມື້ນີ້ ຂ້ອຍ ຊິມາເຮັດ ອາຫານດັງ ຈາກໄຕ້ຫວັນ : ໝີ່ງົວ ! ເຈົ້້າຈະເຫັນ ຮ້ານຂາຍ ໝີ່ງົວ ເກືອບທົ່ວ ທຸກເມືອງ ເລີຍລະ. ນ້ຳຊຸບ ມັນອາດຈະມີຫລາຍ ຢ່າງ, ມີ ສະໝຸນໄພຈີນ, ດູກງົວ, ຊ໊ອດໝາກເຜັດ. ແຕ່ເທື່ອ ນີ້ ຂ້ອຍເລືອກ ທີ່ຈະແຕ່ງ ແບບ ໃສ່ ໝາກເລັ່ນ ເພາະ ມັນເປັນ ຂອງໂປດຂ້ອຍ!

ແທນທີ່ ຈະເລືອກ ກະດູກຂ້າງງົວ, ລອງໃຊ້ ຊີ້ນສົດ ຕິດມັນ ແທນໄດ້. ເພາະມັນ ໄດ້ລົດຊາດ ບໍ່ ແພ້ ກັນກັບ ກະດູກຂ້າງ ເລີຍລະ.

ອີກອັນໜຶ່ງ, ຖ້າ ບໍ່ມີ ຜັກກາດອ່ອນ ໃຫ້ ໃຊ້ ຜັກກາດຂາວ ແທນກະໄດ້.

ສູດຈາກ FB A table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ເລີ່ມທຳອິດ ປອກ ແລະ ຕັດເປັນຕ່ອນ: ກະລົດ, ຫົວຜັກ ກາດຂາວ, ຫົວບົ່ວໃຫຍ່. ຈາກນັ້ນ ປອກ/ທຸບ ກະທຽມ ແລະ ຂີງ. ຜ່າໝາກເລັ່ນ ປະມານ ຫນ່ວຍລະ 8 ບີ້ງ. ສຸດທ້າຍ ກ້ຽວ ຫອມບົ່ວໃບ ເຮັດເປັນມັດ.

2. ຄ້າງໝໍ້ ນ້ອຍຕົ້້ມນ້ຳ ໃຫ້ ຟົດ ແລ້ວ ຕັດຊີ້ນ ເປັນຕ່ອນລູກເຕົ໋າໃຫຍ່ ມາລວກ ປະມານ 20 ວິນາທີ ເພື່ອ ບໍ່ໃຫ້ ເລືອດຕິດ. ຈາກນັ້ນ ຕັກ ຊີ້ນ ອອກແລ້ວ ໄປ ດາດໃສ່ ນ້ຳມັນໃນໝໍ້ກະທະ ໃຫ້ອອກນ້ຳຕານ ແລ້ວ ຕັກອອກ ໃສ່ໝໍ້ຫຸງເຂົ້າໄວ້ (ເພື່ອ ເພີ່ມລົດຊາດ ນ້ຳຊຸບແຊບຂຶ້ນ).

3. ໃຊ້ ໝໍກະທະ ໂຕເກົ່າ, ເອົາຫົວບົ່ວໃຫຍ່ ກັບ ກະທຽມລົງດາດ, ແລ້ວ ຕັກ ອອກ ໃສ່ກັບຊີ້ນ. ໃຊ້ ກະທະ ໂຕເກົ່າອີກ, ໃສ່ນ້ຳມັນໜ້ອຍ ໜຶ່ງ ແລ້ວເອົາ ຊ໊ອດໝາກເລັ່ນ ເຂັ້ມຂຸ້ນລົງ(ມາແບບກ່ອງ) ໄປຂົ້ວ ບຶດໜຶ່ງ ໃຫ້ໃສ່ ໝາກເລັ່ນສົດທີ່ຊອຍໄວ້ ຂົ້້ວບຶດຫນຶ່ງ ແລ້ວ ຕື່ມນ້ຳໃສ່, ຕົ້້ມໃຫ້ຟົດ ແລ້ວ ຖອກລົງ ໝໍ້ ຊີ້້ນ.

4. ໃສ່ ກາລົດ, ຫົວຜັກກາດ, ຖອກນ້ຳໃສ່ ໝໍ້ຊີ້ນ ໃຫ້ຖ້ວມ ຕ່ອນ, ຢ່າລືມເອົານ້ຳ ໃສ່ຫມໍ້ກະທະ ຄົນໆ ແລ້ວຖອກໃສ່!

5. ກ່ອນ ຊິເອົາລົງຕົ້ມ ໃນໝໍ້ຫຸງເຂົ້າ ໃຫ້ໃສ່ ຂີງ, ມັດຫົວບົ່ວໃບ. ເອົາເຂົ້າໝໍ້ ຕົ້້ມ ປະມານ 35 ນາທີ.

6. ກ່ອນ ໝໍ້ຊີ້ນສຸກ, ໃຫ້ ກຽມລວກໝີ່ ແລະ ຜັກ ໄວ້ .

7. ເມື່ອ ຊີ້ນສຸກ ດີແລ້ວ, ໃຫ້ປຸງເຄື່ອງ ໃສ່ ເກືອ ແລະ ນ້ຳຕານ ຄົນໃຫ້ ເຂົ້າກັນ ຊີມລົດຊາດ ແລ້ວຕັກໃສ່ ຖ້ວຍໝີ່. ເສີບ !


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ