ໜ້າຫຼັກສູດອາຫານໄຕ້ຫວັນraw

ໝາກແຕງດອງ ສູດໄຕ້ຫວັນ!

(0 ໂຫວດ) • ໂດຍ A table c´est Chiou

4 ຄົນ · ງ່າຍ · 65 ນາທີ · ຖືກ

ເພາະອາກາດ ມັນຮ້ອນ, ຈຶ່ງຕ້ອງ ຊອກເຮັດ ເຄື່ອງຄຽງ ແນວເຢັນກິນ, ໝາກແຕງດອງ ສູດໄຕ້ຫວັນ. ເປັນກິດຈະກຳທີ່ ມ່ວນ ແລະ ຜ່ອນຄາຍ ຢູ່ໃນເຮືອນ ເພາະວ່າ ຕ້ອງໄດ້ ອອກແຮງ ທຸບ!.

ແຕ່ວ່າ! ຢ່າໃສ່ ໝາກເຜັດ ຫລາຍເດີ ເພາະ ວ່າ ມັນຊິເຜັດ ຫລາຍຫລາຍໂພດ ;)

ສູດຈາກ FB A table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຕັດໝາກແຕງລວງຍາວ ເປັນທ່ອນ , ແລ້ວໃຊ້ມີດ ຫລືສາກ ທຸບໃຫ້ມັນແຕກ. ແລ້ວໃສ່ ຊາມປະໄວ້.

2. ຕັດໝາກເຜັດ ຄວັກແກ່ນອອກໃຫ້ໝົດ, ຊອຍເປັນຕ່ອນນ້ອຍ ແລ້ວເອົາໃສ່ຊາມ ໝາກແຕງ.

3. ທຸບກະທຽມ ເພື່ອ ໃຫ້ແກະເປືອກອອກງ່າຍ, ສັບໆ ແລ້ວ ເອົາລົງໃສ່ຊາມໝາກແຕງ.

4. ປຸງດ້ວຍ ເກືອ, ນ້ຳຕານ, ນ້ຳມັນງາຂາວ, ແລະນ້ຳສົ້ມ. ປະສົມໃຫ້ເຂົ້າກັນ ແລ້ວ ເກັບໃນຕູ້ເຢັນ ຢ່າງໜ້ອຍ 2 ຊົ່ວໂມງ ກ່ອນເອົາມາກິນ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ