ໜ້າຫຼັກສູດອາຫານໄຕ້ຫວັນປະເພດຫນື້ງ

ເຂົ້າໜົມ ໂມຈິ

(0 ໂຫວດ) • ໂດຍ A table c´est Chiou

5 ຄົນ · ປານກາງ · 45 ນາທີ · ປານກາງ

ເຂົ້າໜົມ ໂມຈິ ແມ່ນ ໜຶ່ງໃນຂອງຫວານ ຄົນອາຊີ. ທຸກຄັ້ງ ທີ່ເລີ່ມກິນ ກໍ່ຢຸດບໍ່ໄດ້ຈັກເທື່ອ !!!

ສຳລັບ ປະຫວັດຄວາມເປັນມາ: ປະມານ 1,300 ປີກ່ອນ, ນີ້ແມ່ນ ສ່ວນໜຶ່ງ ທີ່ຂາດບໍ່ໄດ້ ໃນງານບຸນ ແລະ ສາດສະໜາ. ທຸກມື້ນີ້ ກໍ່ຍັງ ເປັນແນວນັ້ນ ແລະ ຍັງ ພົບເຫັນມັນ ຢູ່ເທິງໂຕະໃຫຍ່ ຂອງການຖວາຍບູຊາ ແກ່ບັນດາພະເຈົ້າ ໃນວັດ ຂອງ ໄຕ້ຫວັນ.

ສ່ວນຫລາຍ ມັກກິນ ກັບ ຜົງຖົ່ວດິນ ຫລື ຜົງງາ , ຖ້າໃຜມັກ ໃສ່ ຖົ່ວແດງ ແລະ ໝາກເຜືອກ ຫລື ຊາຂຽວ ກໍ່ໄດ້.

ຖ້າ ໃຜ ຕ້ອງການ ໃຫ້ ແປ້ງ ເຂົ້າໜົມ ຫວານໜ້ອຍ , ແນະນຳໃຫ້ ໃສ່ ນ້ຳຕານແດງ ແທນນ້ຳຕານຊາຍຂາວ. ມັນຈະດີຕໍ່ ທັງສຸຂະພາບ ແລະ ລົດຊາດ!

ສູດຈາກFB A table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ກຽມໄວ້ ຄືນ1 ກ່ອນ, ລ້າງ ເຂົ້້າ 500 ກຣາມ ແລະ ມ່າໄວ້ ກັບນ້ຳ 300 ມິນລີລິດ ຂ້າມຄືນ.

2. ມື້້ຕໍ່ມາ ບົດເຂົ້າກັບນ້ຳ ໃຫ້ມຸ່ນລະອຽດ. ປະມານ 2 ຫາ3 ນາທີ.

3. ໃຊ້ ຖ້ວຍ ອີກໃບໜຶ່ງມາ, ໃຊ້ຜ້າຂາວວາງລົງ ແລ້ວຖອກ ເຂົ້າທີ່ບົດກັບນ້ຳ ນັ້ນໃສ່ຜ້າ ແລ້ວ ປັ້ນ ບີບນ້ຳອອກ. ລະວັງ ບໍ່ໃຫ້ ບີບຈົນເຂົ້າແຫ້ງເກີນ ໄປ ເພາະເຂົ້າໜົມ ຊິແຂງໄວ. ຫລື ຖ້ານ້ຳຍັງຢູ່ຫລາຍເກີນໄປ ເຂົ້າໜົມ ກະຊິເລະ. ສະຫລຸບ ເອົາໃຫ້ພໍດີ .

4. ຈາກນັ້ນ, ຕົ້ມນ້ຳ ໃຫ້ຟົດ ແລ້ວ ປັ້ນ ແປ້ງ ປະມານ 6 ຫາ 7 ກ້ອນນ້ອຍໆ ( ຫ້າມຕົ້ມໝົດ). ຕົ້ມລົງໃນ ໝໍ້ນ້ຳຮ້ອນ ປະມານ 4 ນາທີ. ໃນຂະນະທີ່ຕົ້ມ ກຽມ ຊາມໃບໜຶ່ງມາ ແລ້ວ ທານ້ຳມັນໃສ່ທົ່ວຊາມ. ພໍແປ້ງທີ່ຕົ້ມສຸກ ຕັກໃສ່ຊາມ ແລ້ວ ເທແປ້ງ ທີ່ບໍ່ໄດ້ຕົ້ມປົນ ລົງໃສ່ຊາມດຽວກັນ.

5. ເທນ້ຳມັນໃສ່ ຫນ້ອຍໜຶ່ງ ແລ້້ວນວດໃຫ້ເຂົ້າກັນ ໜຽວຈົນເປັນ ເນື້ອດຽວກັນ.

6. ຫລັງຈາກນັ້ນ, ໃຫ້ເນັ້ນໆ ແປ້ງໃຫ້ແໜ້ນລົງ ຊາມ ແລ້ວ ເອົາໄປໜຶ້ງ ປະມານ 30 ນາທີ.

7. ຊ່ວງຖ້າແປ້ງສຸກ ໃຫ້ກຽມ ຜົງ ຖົ່ວດິນ ແລະ ຜົງງາ ປະສົມ ແຕ່ລະອັນກັບນ້ຳຕານປະໄວ້.

8. ເມື່ອແປ້ງສຸກແລ້ວ, ໃຫ້ ຈັບ ແປ້ງອອກມາເປັນກ້ອນນ້ອຍ (ລະວັງຮ້ອນ) ແລ້ວ ບີບໃຫ້ເປັນແຜ່ນ ແປໆ ແລ້ວ ຍັດໄສ້ໃສ່ ແລ້ວ ເຮັດເປັນກ້ອນກົມໆ. ປັ້້ນໄປຈົນໝົດ. ແລ້ວ ນຳໄປເກືອກໃສ່ ຜົງ ງາ ແລະ ຖົ່ວດິນຕື່ມ. ພ້ອມເສີບໄດ້ !


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ