ໜ້າຫຼັກສູດອາຫານໄຕ້ຫວັນboiled

ໄຂ່ຕົ້ມຊາ

(0 ໂຫວດ) • ໂດຍ A table c´est Chiou

5 ຄົນ · ງ່າຍ · 15 ຊົ່ວໂມງ · ຖືກ

ໄຂ່່ຕົ້ມຊາ ຈະອອກລົດຊາດຫວານຫນ້ອຍໜຶ່ງ ເຊິ່ງມາຈາກ ເຄື່ອງເທດ ແລະ ສະອິ້ວ. ຄົນໄຕ້ຫວັນຈະມັກກິນໄຂ່ຕົ້ມຊາ. ຄາດວ່າ ປີລະ 100 ລ້ານໜ່ວຍພຸ້ນລະ.

ສຳລັບ ຊຸດຖົງໃສ່ເຄຶ່ອງເທດ ຖ້າໃຜບໍ່ມີ ໃຫ້ໃສ່ ດອກຈັນ 5 ກຣາມ, ກ້ານ ຊິເນມອນ 5ກຣາມ, ແລະ ເມັດຢີ່ຣ່າ 5ກຣາມ. ສຳລັບຊາຂຽວ ປ່ຽນເປັນ ຖົງສຳເລັດຮູບກະໄດ້.

ສູດຈາກ FB A table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ເລີ່ມຕົ້ນ ແມ່ນຕົ້ມໄຂ່ ປະມານ 7 ນາທີ ແລ້ວ ເອົາອອກມາ, ໃຊ້ບ່ວງໄມ້ ເຕາະໃຫ້ ເປືອກແຕກ ໜ້ອຍ ໜຶ່ງ ແລ້ວ ເອົາອອກໃສ່ອີກໝໍ້ໜຶ່ງໄວ້.

2.ຄ້າງໝໍ້ໄຂ່ ໃສ່ເຕົາ ແລ້ວເອົານ້ຳໃສ່. ໃສ່ ສະອິ້ວ, ໃບຊາຂຽວ,ເຄື່ອງເທດ ໃນເປັນຊຸດ, ແລະ ເກືອ.

3. ຄ່ອຍຕຸນໄວ້ ປະມານ 15 ນາທີ. ປິດໄຟ ປະໄວ້ໃຫ້ອຸ່ນ. ແລ້ວ ເປີດໄຟ ຕົ້ມອີກ ລຶ້້ມຄືນ ແບບເກົ່າ 5 ເທື່ອ.

4. ປະໄຂ່ໄວ້ ໃນໝໍ້ ຄ້າງຄືນ. ແລ້ວ ນຳມາ ແກະກິນໄດ້. ນີ້ຄືໄຂ່ຕົ້ມຊາ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ