ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ຂົ້ວຜັກບົ້ງໄຟແດງ

(1 ໂຫວດ) • ໂດຍ ສາວວອນ ແກ້ງກອກ

2 ຄົນ · ງ່າຍ · 15 ນາທີ · ຖືກ

ຂົ້ວຜັກບົ້ງໄຟແດງ ແມ່ນ ເປັນ ເມນູ ຂອງແກ້ມຊັ້ນເລີດ ເວລາຊຸມແຊວ. ເຮັດງ່າຍ ໄວ ແລະ ແຊບ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ຕັດຜັກບົ້ງເປັນຕ່ອນປະມານ 5 ຊັງຕີແມັດລ້າງນ້ຳປະໄວ້.

ຂັ້ນຕອນ 2. ປອກແລະທຸບກະທຽມໃຫ້ແຕກ ແລະ ຊອຍໝາກເຜັດຜ່າເຄິ່ງ.

ຂັ້ນຕອນ 3. ຕັ້ງກະທະໃຫ້ຮ້ອນສຸດໆ ແລະ ນຳກະທຽມ ແລະຫມາກເຜັດລົງໄປຈຽວໃຫ້ຫອມ ຈົນເຫລືອງ.

ຂັ້ນຕອນ 4. ເທຜັກບົ້ງລົງໄປ ຕາມດ້ວຍເຄື່ອງປຸງ.

ໃສ່ ນ້ຳມັນຫອຍ, ສະອິ້ວຂາວ, ເຕົ້າຈ້ຽວ ແລະ ນ້ຳຕານ. ຜັດໃຫ້ເຂົ້າກັນປະມານ 30 ວິນາທີ.

ຂັ້ນຕອນ 5. ຕື່ມນ້ຳໃສ່ຫນ້ອຍຫນຶ່ງ ແລ້ວຄົນ ປະມານ 10 ວິນາທີພໍດີໃຫ້ຜັກສຸກຂຽວ, ຊີມລົດຊາດ.

ຂັ້ນຕອນ 6. ຕັກອອກໃສ່ຈານແລະເສີບກິນກັບເຂົ້າຈ້າວຮ້ອນໆ.

ເຄັດລັບ: ໄຟຕ້ອງຮ້ອນແຮງໆ ຈິ່ງເຮັດໃຫ້ ຜັກສຸກກອບດີ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ