ໜ້າຫຼັກສູດອາຫານອາຫານຝລັ່ງປະເພດແຈ່ວ

ຊ໊ອສແບ໊ກເນັສ (ຊ໊ອສຝລັ່ງ)

(1 ໂຫວດ) • ໂດຍ Chris

4 ຄົນ · ປານກາງ · 20 ນາທີ · ປານກາງ

'ຊ໊ອສແບ໊ກເນັສ (ຊ໊ອສຝລັ່ງ)' ເປັນ ຊ໊ອສ ດັ້ງເດີມຂອງຝລັ່ງ ທີ່ໄວ້ກິນກັບ ປະເພດ ຊີ້ນງົວ ແລະ ມັນຝລັ່ງທອດ. ເມນູທີ່ລະນຶກເຖິງໄວເດັກ. ມາເບິ່ງວິທີ ເຮັດນຳກັນເລີຍ.

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ໃຊ້ເບີບໍ່ເຄັມ ຕັດເປັນຕ່ອນ ແລະ ລະລາຍໃນໝໍ້ ຊ້ອນກັນ ບໍ່ໃຫ້ຄົນ.

ຂັ້ນຕອນ 2. ເອົາອອກປະໄວ້ 10 ນາທີ, ໃນຂະນະນີ້ ໃຊ້ບ່ວງ ຕັກຟອດທາງເທິງອອກ.

ຂັ້ນຕອນ 3. ຖອກເນີຍທີ່ເປື່ອຍນັ້ນໃສ່ຖ້ວຍນ້ອຍ ແລະ ບໍ່ເອົາສ່ວນທີ່ຕິດກົ້ນໝໍ້.

ຂັ້ນຕອນ 4. ລ້າງຜັກຫອມໄວ້. ພ້ອມດ້ວຍ ປອກແລະ ສັບ ຫົວບົ່ວແດງນຳ

ຂັ້ນຕອນ 5. ຕົ້ມກ້ານຜັກຫອມຕ່າງໆ ແລະ ຫອມທີ່ສັບນັ້ນເຄິ່ງຫນຶ່ງ( ຈົ່ງໄວ້ເຄິ່ງຫນຶ່ງ) ຕົ້້ມໃສ່ ວາຍຂາວ, ນ້ຳສົ້ມວາຍແດງ ແລະ ພິກໄທ ຕົ້ມຈົນນ້ຳແຫ້ງລົງຫນ້ອຍຫນຶ່ງ.

ຂັ້ນຕອນ 6. ຕັກເອົາກ້ານຜັກອອກໃຫ້ຫມົດ ແລ້ວຖອກໄຂ່ຂາວລົງ. ຂັ້ນຕອນນີ້ສຳຄັນ ໃຫ້ຄົນໄຂ່ໃສ່ຖ້ວຍກ່ອນ. ຕອນຖອກໄຂ່ໃຫ້ຄ່ອຍໆ ລິນລົງ ພ້ອມກັບໃຊ້ໄມ້ຕີຄົນໄຂ່ ເພື່ອບໍ່ໃຫ້ໄຂ່ສຸກ (ໃຊ້ໄຟອ່ອນຫາກາງ) ຕີໄປເລື້ອຍໆຈົນກວ່າຈະໄດ້ ເປັນເນື້ອຄີມຂຶ້ນມາ.

ຂັ້ນຕອນ 7. ຄ່ອຍໆ ຖອກເບີທີ່ກຽມໄວ້ນັ້ນລົງ ພ້ອມກັບ ໃຊ້ໄມ້ຕີຄົນໄປເລື້ອຍໆຄ່ອຍໆຊ້າໆ ບໍ່ໃຫ້ໃຊ້ແຮງຫລາຍ. ຈາກນັ້ນປຸງລົດດ້ວຍ ເກືອຫນ້ອຍໜຶ່ງ ແລະ ຫອມຊອຍທີ່ເຫລືອ.

ຂັ້ນຕອນ 8. ອຸ່ນໄວ້ໃນໝໍ້ຈົນກວ່າ ຈະເສີບ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ