ໜ້າຫຼັກສູດອາຫານໄຕ້ຫວັນປະເພດຂົ້ວ/ຜັດ

ຂົ້ວກຸ້ງໃສ່ເບຍ

(0 ໂຫວດ) • ໂດຍ A table c´est Chiou

4 ຄົນ · ງ່າຍ · 20 ນາທີ · ປານກາງ

ມື້໊ນີ້້ ຊິມານຳສະເໜີ ອາຫານກັບແກ້ມ ທີ່ນິຍົມກິນກັບເບຍ ໃນຮ້ານນ້ອຍໆ! ຮ້ານແບບນີ້ ຈະມີຫລາຍໆ ເມນູ ແຕ່ທີ່ນິຍົມກ່ອນໝູ່ ກໍ່ໜ້າຈະເປັນ ຂົ້ວກຸ້ງໃສ່ເບຍ!

ຂໍບອກໄວ້ກ່ອນ ວິທີຂ້ອຍ ເຮັດແມ່ນ ບໍ່ໄດ້ ແກະເປືອກກຸ້ງ ອອກ ເພາະຄິດວ່າ ຂົ້ວທັງເປືອກມັນ ແຊບກວ່າ ແຖມ ນົວດີ.

ສູດຈາກ FB A table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ເລີ່ມຕົ້ນແມ່ນ ເອົາ ໄສ້ຂີ້ກຸ້ງ ອອກກ່ອນ. ໂດຍການໃຊ້ ໄມ້ຈີ້ມແຂ້ວ ສຽບເຂົ້າ ທາງຫລັງແລ້ວ ດຶງໄສ້ ອອກ ( ເບິ່ງໃນວິດີໂອ).

2. ຕໍ່ໄປ, ຊອຍ ຫອມບົ່ວໃບ ແຍກ ສ່ວນ ກ້ານຂາວ ແລະ ຂຽວ ອອກໄວ້ຄົນລະຖ້ວຍ. ສ່ວນກ້ານ ຂາວ ຂົ້່ວໃສ່ ຕອນທຳອິດ, ສ່ວນໃບ ຂຽວໄວ້ ໂຮຍຫນ້າເພີ່ມສີສັນ ຕອນທ້າຍ.

3. ທຸບ ແລະ ສັບກະທຽມໃຫ້ແຕກ.

4. ເປີດໄຟແຮງ ໃຫ້ກະທະຮ້ອນ, ຖອກນ້ຳມັນລົງ ແລ້ວ ເອົາກຸ້ງໃສ່. ຄົນເລັກນ້ອຍ ແລ້ວ ໃສ່ ຫອມບົ່ວຊອຍ ສ່ວນກ້ານຂາວ ແລະ ໃສ່ ກະທຽມ.

5. ຈາກນັ້ນ ໃສ່ ພິກໄທ , ໃສ່ເບຍ ແລ້ວ ໃສ່ເກືອ ພ້ອມ ປິດຝາໄວ້.

6. ປະມານ ໜຶ່ງ ນາທີ, ໃສ່ ຫອມບົ່ວໃບ ແລ້ວຄົນໃຫ້ເຂົ້າກັນ. ຊີມ ແລະ ພ້ອມເສີບ .

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ