ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ລາບເປັດ

(1 ໂຫວດ) • ໂດຍ ສາວວອນ ແກ້ງກອກ

4 ຄົນ · ປານກາງ · 40 ນາທີ · ປານກາງ

ລາບເປັດ ແມ່ນຈັດເປັນ ອາຫານ ດັ້ງເດີມ ຂອງ ບ້ານເຮົາ ອີກຈານໜຶ່ງ. ແຊບອີຫລີ ບໍ່ຕົວະ :) ເຮັດແລ້ວໆ ເສີບ ກັບຜັກ ແລະ ເຂົ້າໜຽວ ຄຸ້ຍ.....ໂອ້ຍ ສະຫວັນ ດີໆນີ້ເອງ !

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຊອຍ ແລະ ຟັກ ຊີ້ນເປັດ.

2. ຂົ້້ວ ຫອມບົ່ວ ແລະ ກະທຽມໃສ່ ນ້ຳມັນ ໃຫ້ເຫລືອງຫອມ. ແລ້ວ ເອົາ ຊີ້ນເປັດ ແລະເຄື່ອງໃນ ລົງ ຂົ້ວ, ໃສ່ ເກືອ, ແປ້ງນົວ ແລະ ຂົ້ວໃຫ້ສຸກ.

3. ຖອກ ໃສ່ຊາມ, ຄົນ ໃຫ້ເຢັນ. ໃສ່ ນ້ຳປາ, ໝາກນາວ, ໝາກເຜັດ, ແລະ ເຂົ້າຂົ້ວ, ແລ້ວ ເອົາຜັກຫອມລົງ. ຄົນໃຫ້ ເຂົ້າກັນ ແລ້ວຊີມ ຕາມໃຈມັກ. ຕັກເສີບ! ແຊບ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ