ໜ້າຫຼັກສູດອາຫານຈີນປະເພດຂົ້ວ/ຜັດ

ທອດມັນຝລັ່ງ ສະໄຕປີ້ງຈີນ

(0 ໂຫວດ) • ໂດຍ Chubby Whale

4 ຄົນ · ປານກາງ · 45 ນາທີ · ປານກາງ

ໃຜກຳລັງຊອກຫາ ເທັກສເຈີ (ສຳຜັດ) ນີ້ຢູ່: ກອບນອກ ນຸ້ມໃນ? ມີເຄັດລັບ ມາບອກ – ມາເຮັດ ທອດມັນຝັລ່ງ (ນ້ອຍ) ກັບສ່ວນປະສົມ ເຄື່ອງປຸງແບບ ສະໄຕ ຈີນ ໂຮມເມດກັນເທາະ!

ມີທັງ ລົດຊາດ ແລະ ກິ່ນຫອມ ແລະ ສຳຜັດທີ່ ແຊບ. ໃຜສາຍ ປີ້ງແບບຈີນໆ ຮັບຮອງເມນູນີ້ໂດນແນ່ນອນ.

ສູດຈາກ IG Chubby Whale, YT Chubby Whale

ວິດິໂອ

ເຄື່ອງປຸງ

ວັດຖຸດິບສົດ

ສ່ວນປະກອບຜົງເຄື່ອງເທດເຜັດ

ເຄື່ອງປຸງອື່ນໆ

ວິທີເຮັດ

ໝາຍເຫດ:

- ໃຊ້ມັນຝລັ່ງ ຫົວນ້ອຍໆ ແບບເປືອກເຫລື້ອມໆ ມັນໆ ຈະແຊບສຸດ,ຖ້າບໍ່ມີ ເອົາຊະນິດອື່ນກໍ່ໄດ້.

- ຈະອົບ ຫລື ໃຊ້ ໝໍ້ທອດ ໄຮ້ນຳ້ມັນ ກໍ່ໄດ້, ມັນອາດຈະບໍ່ໄດ້ ເນື້້ອສຳຜັດດຽວກັນ ແຕ່ ບາດນັ້ນຈິ່ງເອົາມາຂົ້ວ ກັບເຄື່ອງເທດໃນໝໍ້ ອີກບາດໜຶ່ງ ກໍ່ໄດ້ຢູ່.

- ການບົດຜົງ ເຄື່ອງເທດ ກັບໝາກເຜັດເອງ ຊ່ອຍໃຫ້ ໄດ້ກິ່ນຫອມ ກວ່າຊື້້ ຜົງສຳເລັດຮູບ.

1. ກຽມມັນຝລັ່ງ :

- ໃຊ້ມີດ ກີດ ເປືອກມັນຝລັ່ງ ອ້ອມເປັນວົງມົນຈອດ ແບບ ບໍ່ເຂົ້າເລິກ.

- ເອົາໄປຕົ້ມໃນນ້ຳປະມານ 5 ນາທີ, ບໍ່ຈຳເປັນຕ້ອງສຸກ

- ເອົາອອກໄປແຊ່ນ້ຳ ເຢັນ ແລ້ວ ລອກເປືອກອອກ ຕາມຮອຍຂີດນັ້ນ.

- ເອົາໄປວາງໄວ້ ເຈ້ຍ ຊັບນ້ຳ ອອກໃຫ້ແຫ້ງ

2. ກຽມ ຜົງເຄື່ອງເທດ:

- ຕັດພວກ ເຄື່ອງເທດໃຫ້ເປັນຕ່ອນນ້ອຍ

- ໄປຂົ້ວ ບໍ່ໃສ່ນ້ຳມັນ ໃນກະທະ ກັບໄຟ ປານກາງ, ໝັ່ນຄົນພໍມັນຫອມໃຫ້ ເອົາອອກ.

- ແລ້ວ ນຳໄປປັ່ນ ຫລື ຕຳໃຫ້ມຸ່ນເປັນຜົງ

- ໃສ່ ຜົງຜັກບົ່ວ (ສຳເລັດຮູບ) 2 ບ່ວງແກງ ປະສົມລົງກັບເຄື່ອງເທດບົດນັ້ນ ແລ້ວ ຄົນ ປະໄວ້ຖ້ວຍ .

3. ຂັ້ນຕອນຈືນ:

- ໃຊ້ໝໍ້ຂາງໃຫຍ່ ເປີດໄຟປານກາງ, ໃສ່ນ້ຳມັນ ກະໃຫ້ ພໍດີຖ້ວມມັນຝລັ່ງທີ່ມີ.

- ຈືນ ປະມານ 4-5 ນາທີ, ຈົນກວ່າມັນສຸກ. ( ໃຊ້ໄມ້ຈີ້ມແຂ້ວ ແທງລົງເບິ່ງ ຖ້າທາງໃນມັນອ່ອນ ສະແດງວ່າສຸກແລ້ວ)!

- ໃຊ້ ຈອງ ເນັ້້ນໆ ມັນ ໃຫ້ ແຕກ ເພື່ອ ໃຫ້ ນ້ຳມັນ ເຂົ້້າໄປ ທາງໃນ ເພີ່ມຄວາມກອບ.

- ຈືນຕໍ່ໄປຈົນ ເຫັນວ່າມັນເຫລືອງ ກອບ.

- ກອບໄດ້ທີ່ ແລ້ວ ຕັກອອກ ຊັບນ້ຳມັນອອກ. ຢ່າລືມ ປະ ນ້ຳມັນໃນໝໍ້ ໄວ້ ຈັກ 1 ບ່ວງແກງ.

- ແລ້ວ ໃສ່ ຂີງ, ຖົ່ວເຕົ້າຈ້ຽວເຜັດ, ແລະ ກະທຽມລົງໄປ. ຂົ້້ວໃຫ້ເຂົ້້າກັນ.

- ໃສ່ມັນຝລັ່ງ ທອດລົງໄປ ແລ້ວ ຂົ້້ວໃຫ້ເຂົ້າກັນ.

- ໃສ່ ພວກເຄື່ອງເທດ ປົ່ນ ທີ່ບົດໄວ້ ນັ້ນລົງໄປ ປະມານ 1 ຫາ 1.5 ບ່ວງກາເຟ, ຕາມດ້ວຍ ຫອມບົ່ວໃບຊອຍ. ແລ້ວ ປຸງລົດດ້ວຍ ນ້ຳຕານ ແລະ ເກືອ ຢ່າງລະ 1 ບ່ວງກາເຟ. ຊີມລົດຕາມມັກ.

- ຄົນໃຫ້ເຂົ້້າກັນດີ ແລ້ວ ຕັກໃສ່ຈານ ໂຮຍດ້ວຍ ຫອມບົ່ວ ຊອຍ ແລະຫອມປ້ອມ ອີກຄັ້້ງ ກ່ອນເສີບ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ