ໜ້າຫຼັກສູດອາຫານເກົາຫລີໃຕ້ປະເພດຂົ້ວ/ຜັດ

ໄຂ່ ໂທນາໂດ້ (ແບບຢູ່ເກົາຫລີ)

(0 ໂຫວດ) • ໂດຍ Chubby Whale

2 ຄົນ · ຍາກ · 15 ນາທີ · ປານກາງ

ຫລັງຈາກ ເຄີຍລອງມາຫລາຍຄັ້ງ ກັບການເຮັດ ເມນູ ໄຂ່ ໂທນາໂດ້, ມື້ີນີ້ ມີ ເຄັດລັບດີໆ ມາບອກ!

ເມນູ ໄຂ່ ໂທນາໂດ້ ເປັນທີ່ນິຍົມ ໃນອາຫານຂ້າງທາງ ຢູ່ເກົາຫລີ , ຫລາຍຮ້ານ ມີການຕໍ່ຄິວຍາວ! ໃນວິດີໂອສອນ ເຮັດ ເມນູນີ້ ແມ່ນລວມ ເຖິງວິທີການເຮັດ ຊ໊ອສ ກະລີ່ຍີ່ປຸ່ນແບບເລັ່ງລັດ ທັນໃຈນຳ ເພື່ອຈະກິນຄູ່ກັນກັບ ໄຂ່ ໂທນາໂດ້ໃຫ້ແຊບຂຶ້ນ.

ຢາກບອກວ່າ ຕອນຈືນໄຂ່ ໂທນາໂດ້ນີ້ ຍາກຫລາຍ ກວ່າຈະເປັນ . ມັນຕ້ອງອາໄສ ການຝຶກຝົນ ແລະ ຄວາມຊຳນານຈຶ່ງອອກມາແປະ. ແຕ່ກະລອງມາສະໜຸກນຳກັນເບິ່ງເນາະ !

ສູດຈາກ IG Chubby Whale, YT Chubby Whale

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ກຽມ ຊ໊ອສ ກາລີ່ຍີ່ປຸ່ນ:

• ປຸງລົດ ຊີ້ນງົວບົດ ດ້ວຍເກືອ ແລະ ພິກໄທປົ່ນ ຄົນເຂົ້າກັນ.

• ຊອຍ ກາລົດ, ຫອມບົ່ວໃຫຍ່, ກະທຽມ, ແລະ ເຫັດ ໃຫ້ເປັນລູກເຕົານ້ອຍໆ

• ຄ້າງໝໍ້ ໃສ່ນ້ຳມັນ 1ບ່ວງແກງ, ຈາກນັ້ນ ໃສ່ ຊີ້ນງົວບົດລົງໄປຂົ້ວຈົນສຸກແຫ້ງ ມັນຈະຕິດໝໍ້ໜ້ອຍໜຶ່ງກະຢ່າມັນ

• ໃສ່ ຫົວບົ່ວລົງໄປກ່ອນ ຂົ້້ວ2 ນາທີ, ຕາມດ້ວຍ ກາລົດ ແລະ ກະທຽມ ຂົ້ວອີກ 2 ນາທີ, ສຸດທ້າຍໃສ່ ເຫັດລົງໄປ ຂົ້ວຕື່ມ 2 ນາທີເຊັ່ນກັນ.

• ຕື່ມນ້ຳລົງ . ໃຫ້ໃສ່ 350 ມິນລີລິດ ກ່ອນ ຖ້າມັນຂຸ້ນໂພດ ໃຫ້ຕື່ມ ອີກ 50 ມິນລີລິດ ຕາມຫລັງ.

• ປິດຝາໄວ້ ຕຸນໄຟອ່ອນ ປະມານ 15 ນາທີ, ຈາກນັ້ນ ໃສ່ ກ້ອນ ກະລີ່ຍີ່ປຸ່ນລົງໄປ ( ມັນມາເປັນແພັກ). ຄົນໃຫ້ເຂົ້າກັນ ແລ້ວ ປິດຝາ ຕົ້ມໄຟອ່ອນໄວ້ ຕໍ່ອີກ 15 ນາທີ! ຊີມລົດຊາດໃຫ້ ພໍດີ ແລ້ວ ປິດໄຟໄວ້ (ສາມາດອຸ່ນ ຄືນໄດ້ກ່ອນເສີບ).

• (ຕົວເລືອກຖ້າມັກ) ສາມາດໃຊ້ພວກຊ໋ອສປຸງລົດນີ້ ເພີ່ມໄດ້: ວໍເຊັສເຕີໄຊ ຊ໊ອສ, ຊ໊ອສໝາກເລັ່ນ, ສະອິ້ວຍີ່ປຸ່ນ, ນ້ຳຕານ, ນ້ຳເຜິ້ງ ແລະ ໝາກແອັບເປິ້ນຂູດ.

2. ເຄັດລັບ

- ໃຊ້ ກະທະຈືນໄຂ່ ເລືອກໝໍ້ ແບບ ບໍໍ່ຕິດ ຂະໜາດ 20 ເຊັນ

- ໃຊ້ໄຂ່ສົດ ເກັບໄວ້ ອຸນນະພູມຫ້ອງ. ຖ້າເປັນໄຂ່ເກົ່າ ມັນຈະມີນ້ຳຫລາຍໂພດ

- ຈັບໄມ້ຖູ່ ມາຊ້ອມ ປິ່ນວົງມົນຕາມເຂັມໂມງ ຈາກຊ້າຍຫາຂວາ ໃນກະທະກ່ອນລົງມື (ເບິ່ງວິທີໃນວິດີໂອ)

- ໄຂ່ຕ້ອງຕີ ໃຫ້ແຕກດີ. ໃຫ້ເອົາໄປຕອງ ໃຫ້ເນື້ອນຽນຂຶ້້ນ ແລ້ວ ຕັກຟອດທີ່ມີຖິ້ມ.

- ເວລາຖອກລົງໝໍ້ ໃຫ້ເຮັດ ຄ່ອຍໆ ແຕ່ໃຫ້ໄວ ບໍ່ໃຫ້ມັນທັນ ສຸກ ແຂງ ຕິດໝໍ້ ເພາະມັນຈະໝູນບໍ່ໄດ້ ເປັນຊັ້ນ (ເບິ່ງໃນວິດີໂອ ແລະ ໝັ່ນຝຶກ).

3. ກຽມເຂົ້າ:

• ຕັກເຂົ້າຈ້າວສຸກ ໃສ່ຖ້ວຍ ໃຫຍ່ ແລະ ເຮັດເປັນຮູບຄື ພູເຂົາໄຟ

4. ກຽມເຮັດ ໄຂ່ ໂທນາໂດ້

• ໃສ່ນ້ຳມັນ ລົງໃນກະທະ. ທານ້ຳມັນໃຫ້ທົ່ວກົ້ນກະທະ ແລະຂອບພ້ອມ.

• ໃຊ້ໄຟກາງ ໝູນກະທະໃຫ້ນ້ຳມັນໄປທົ່ວ

• ຮູ້ສຶກວ່າ ກະທະເລີ່ມ ຮ້ອນ ປານກາງແລ້ວ. ເອົາໄຂ່ທີ່ກຽມໄວ້ຖອກລົງ, ປະໄວ້ ປະມານ 3 ວິນາທີ.

• ພໍເຫັນຂອບໄຂ່ ເປັນສີຂາວ. ເລີ່ມໃຊ້ໄມ້ຖູ່ ປັກລົງກາງໝໍ້ ແລະ ເລີ່ມໝູນ, ໝູນໄປ ເລື້ອຍໆເຮັດເປັນ ພູນໆຂຶ້ນ ໃຫ້ເປັນ ຫລາຍຊັ້້ນ ຍິ່ງງາມ.

• ໃຊ້ ອີກມືໜຶ່ງ ຊ່ອຍໝູນກະທະ ໄປພ້ອມ ( ເບິ່ງວິດີໂອ)

• ພໍໄຂ່ ເລີ່ມສຸກສະເໝີກັນແລ້ວ ໃຫ້ ຍົກໝໍ້ກະທະ ອອກຈາກເຕົາ ໄປໃກ້ ຖ້ວຍເຂົ້າ ແລ້ວ ໃຊ້ໄມ້ຖູ່ ຄ່ອຍໆ ຍ້າຍໄຂ່ລົງ ປົກໃສ່ເຂົ້າ ບໍ່ໃຫ້ໄຂ່ຂາດ.

• ຈາກນັ້ນ ຕັກຊ໊ອສກະລີ່ ລົງ ອ້ອມໆໄຂ່ (ຕາມຮູບ) ພ້ອມເສີບ ແຊບໄດ້ເລີຍ!


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ