ໜ້າຫຼັກສູດອາຫານໄຕ້ຫວັນປະເພດຂົ້ວ/ຜັດ

ເຄັບໄຂ່ ໄຕ້ຫວັນ

(0 ໂຫວດ) • ໂດຍ A table c´est Chiou

1 ຈານ · ງ່າຍ · 15 ນາທີ · ຖືກ

ມື້ນີ້ຂ້ອຍ ຢາກສະເໜີ ອາຫານ ເຊົ້າ ປະຈຳໄຕ້ຫວັນຊື່ວ່າ: ເຄັບໄຂ່ ໄຕ້ຫວັນ ຫລື ຕ່ານປິ່ງ Danbing! ມັນເປັນເຄັມໆ ແລະ ເຮັດໃຫ້ ຈະເລີນ ອາຫານເຊົ້າ!

ຢູ່ໄຕ້ຫວັນ, ມີຮ້ານຂາຍ ອາຫານເຊົ້າ ຫລາຍບ່ອນ ຢູ່ຕາມຂ້າງ ທາງຫົວມຸມ. ດຽວນີ້ ສ່ວນຫລາຍແລ້ວ ແປ້ງ ເຄັບ ທີ່ຂາຍຕາມ ຮ້ານອາຫານ ສ່ວນໃຫຍ່ ແມ່ນ ເຮັດດ້ວຍຈັກ. ລຸ້ນ ປູ່ຍ່າຕາຍາຍຂ້ອຍ ແມ່ນເຂົາເຈົ້າເຮັດ ແປ້ງ ດ້ວຍ ວັດຖຸດິບ ທຳມະຊາດ. ທຸກມື້ນີ້, ບາງຮ້ານ ກະຍັງ ເຮັດແບບວິທີ ດັ້ງເດີມ ທຳມະຊາດຢູ່ ແຕ່ ກະໜ້ອຍລົງ ທຸກມື້.

ສະນັ້ນ ມື້ີນີ້ ຂ້ອຍຊິມາ ແຊ ສູດ ແມ່ຕູ້ຂ້ອຍ ທີ່ຂ້ອຍມັກກິນ ໃຫ້ເບິ່ງ! ວິທີເຮັດ ງ່າຍ ໄວ, ບວກກັບ ເຈົ້້າ ສາມາດ ເຮັດແປ້ງ ກ່ອນມື້ໜຶ່ງ ແລະ ເກັບໄວ້ ໃນຕູ້ເຢັນ ສຳລັບມື້ ຕໍ່ມາ.

ສູດຈາກ FB A table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ສັບຜັກບົ່ວໃບໃຫ້ມຸ່ນ ແລ້ວ ເອົາໃສ່ ແປ້ງ ອະເນກປະສົງ, ຕາມດ້ວຍ ແປ້ງສາລີ, ແປ້ງສິງກະໂປ, ເກືອ ແລະ ນ້ຳມັນ. ແລ້ວຕື່ມນ້ຳ ກ່ອນຄົນໃຫ້ເຂົ້າກັນລະອຽດ.

2. ຄ້າງໝໍ້ ກະທະ, ໃສ່ນ້ຳມັນ ໃຫ້ຮ້ອນ ແລ້ວ ຖອກ ແປ້ງປະສົມໄວ້ນັ້ນລົງໄປປະມານ 1 ຈອງ. ເຮັດເປັນ ແຜ່ນ, ປີ້ນໃຫ້ມັນສຸກ ທັງ2 ດ້ານ ແລ້ວ ເອົາອອກປະໄວ້.

3. ຄ້າງໝໍ້ ໃສ່ນ້ຳມັນໃຫ້ຮ້ອນ,ຕີໄຂ່ໃສ່ຖ້ວຍ ແລ້ວ ເອົາລົງໃສ່ໝໍ້ ເຮັດ ເປັນແຜ່ນ. ຈາກນັ້ນ ເອົາ ແຜ່ນ ເຄັບປົກເທິງໄຂ່. ຕອນແຕ່ງ ໃຫ້ເນັ້ນໆ ເຄັບລົງ ມັນໃຫ້ຕິດກັນກັບໄຂ່ .

4. ປີ້ນ ດ້ານມີ ໄຂ່ຂຶ້້ນ, ຮວດ ສະອິ້ວໃສ່ ໜ້ອຍໜຶ່ງ ແລ້ວ ມ້ວນໆ. ພ້ອມເສີບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ