ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ລາບຊີ້ນດິບ

(0 ໂຫວດ) • ໂດຍ Saeng Douangdara

1 ຈານ · ງ່າຍ · 25 ນາທີ · ປານກາງ

ລາບດິບ ເປັນອາຫານ ທີ່ເຫັນ ມາແຕ່ຕອນຍັງນ້ອຍ. ແຕ່ຂ້ອຍ ໄດ້ເຂ່ຍມັນໜີ ເພາະມັນ ເປັນຕາຢ້ານ ໃນຕອນນັ້ນ. ແຕ່ ບາດໃຫຍ່ຂຶ້້ນມາ ຂ້ອຍ ກະເລີ່ມມັກ ແລະ ຢາກສືບຕໍ່ ຮັກສາ ເມນູນີ້ໄວ້. ມັນເປັນເມນູ ຫລັກໆຂອງອາຫານລາວ ທີ່ ມີລົດຊາດ ເປັນເອກະລັກສະເພາະ ຂອງບັນດາວັດຖຸດິບ ທີ່ຜະສົມເຂົ້າກັນ. ວິທີການເຮັດ ເບິ່ງຄືງ່າຍ ແຕ່ ຫົວໃຈ ຫລັກແມ່ນ ທີ່ມາຂອງວັດຖຸດິບ ແລະ ຕ້ອງກຽມ ສ່ວນປະກອບ ເຮັດເອງທຸກ ຂັ້ນຕອນ ຫລື ບໍ່ຊັ້ນກະ ຊອກຫາ ແມ່ປ້າ ນ້າສາວ ຜູ້ທີ່ກຽມເຄື່ອງ ປະກອບໄວ້ ໃຫ້ແລ້ວ ງ່າຍກວ່າ !

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຟັກຊີ້ນງົວ ໃຫ້ມຸ່ນ ແລ້ວ ຊອຍ ເຄື່ອງໃນ ແລະ ປະໄວ້ໃນ ຊາມໃຫຍ່.

2. ໃສ່ ນ້ຳປາ, ປາແດກ, ນ້າເພ້ຍ ຫລື ບີ, ແປ້ງນົວ, ແລ້ວຄົນເຂົ້າກັນ.

3. ໃສ່ເຂົ້າຂົ້ວ, ໃບຂີ້ຫູດຊອຍ, ຂ່າ, ນ້ຳໝາກນາວ, ແລ້ວຄົນ.

4. ໃສ່ ຫົວບົ່ວແດງ, ຫົວບົ່ວຂຽວ, ຫອມປ້ອມ, ຫອມລາບ, ແລ້ວຄົນເບົາໆ.

5. ຊີມ ແລະ ຕື່ມ ນ້ຳປາ ໄດ້ອີກຕາມໃຈມັກ ແລ້ວ ເສີບ ກິນກັບ ເຂົ້າໜຽວ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ