ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ໝີ່ກະທິ

(2 ໂຫວດ) • ໂດຍ Saeng Douangdara

6 ຖ້ວຍ · ປານກາງ · 75 ນາທີ · ປານກາງ

ໝີ່ກະທິ ແມ່ນ ເມນູ ເສັ້ນ ທີ່ແຊບ ເດັດ ຂອງອາຫານລາວ ທີ່ກິນ ໄດ້ ທຸກແລງ ຍາມໜາວ. ຄວາມແຕກຕ່າງ ຂອງເມນູນີ້ ແມ່ນ ມີຄວາມເຂັ້ມຂົ້ນ ຂອງໄຂ່ , ເສັ້້ນໝີ່, ນ້ຳໝາກຂາມປຽກ, ລົດຊາດຖົ່ວຂຽວ, ສະອິ້ວ, ແລະ ນ້ຳຊຸບໝູ.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ເພີ່ມກິ່ນຫອມຂຶ້້ນ

ເຄື່ອງປຸງສຸດທ້າຍ

ເຄື່ອງປຸງໃສ່ຖ້ວຍກ່ອນເສີບ

ວິທີເຮັດ

1. ຕົ້້ມ ດູກໝູປະມານ 10 ນາທີ.

2. ໃນໝໍ້ອົບແຮງດັນສູງ, ໃສ່ນ້ຳມັນ ໜ້ອຍໜຶ່ງ, ເພື່ອ ຂົ້້ວ ຫອມບົ່ວໃຫຍ່, ຂ່າ, ແລະ ໃບຂີ້້ຫູດ ປະມານ 2 ນາທີ

3. ໃສ່ ຫມູ 3 ຊັ້ນ ຊອຍ. ໃສ່ ເຜັດຜົງ ແດງໃຫຍ່ ( ປາປີກ້າ) ແລະ ນ້ຳພິກແກງແດງ ແລ້ວ ຂົ້ວເຂົ້າກັນ 2 ນາທີ.

4. ໃສ່ ຖົ່ວຂຽວເມັດ ( ມ່າແລ້ວ) ລົງໄປ, ຕາມດ້ວຍໝາກຖົ່ວເນົ່າ (ເຕົ້າຈ້ຽວ), ນ້ຳປາ ແລະ ນ້ຳຕານ.

5. ໃສ່ ດູກໝູ ທີ່ຕົ້້ມ ແລະລ້າງ ແລ້ວນັ້ນ ລົງ ໄປ. ຕື່ມນ້ຳ ໃຫ້ຖ້ວມດູກຫມູ.

6. ຕັ້ງກະທະ ຕ່າງຫາກ, ໃສ່ນ້ຳມັນ ເພື່ອ ຂົ້້ວ ກະທຽມ, ໃບຂີ້ຫູດຊອຍ, ຫອມບົ່ວແດງ ໃຫ້ ເຫລືອງ ຫອມ ແລ້ວ ຖອກລົງໝໍ້ອົບ.

7. ຄົນ ເຄື່ອງໃນໝໍ້ ໃຫ້ເຂົ້າກັນ. ປິດຝາ ແລ້ວ ຕົ້້ມ ຕັ້້ງຄ່າໄຟແຮງ ປະມານ 30 ນາທີ ແລ້ວ ຕົ້ມຕໍ່ ປະມານ 15 ນາທີ ຈຶ່ງ ໄຂ ຫົວເປີດ ຄວາມດັນ ອາກາດອອກ.

8. ເມື່ອ ນ້ຳຊຸບໃກ້ສຸກແລ້ວ, ຄ້າງໝໍ້ ຕ່າງຫາກ ໃຫ້ລວກເສັ້ນໝີ່(ສົດ) ໃສ່ນ້ຳຮ້ອນ ປະມານ 10-20 ວິນາທີ.

9. ຕັກອອກ ມາລ້າງນ້ຳ ໃຫ້ເຢັນເພື່ອ ບໍ່ໃຫ້ ມັນສຸກເກີນໄປ. ແລ້ວ ໂຮຍນ້ຳມັນພືດໃສ່ ແລະຄົນ ເພື່ອ ບໍ່ໃຫ້ ເສັ້ນຕິດກັນ.

10. ຕັ້ງ ກະທະອີກ ໃສ່ນ້ຳມັນ ຂົ້້ວ ຫອມບົ່ວແດງ, ກະທຽມ, ໃບຂີ້ຫູດ, ຜົງເຜັດໃຫຍ່, ແລະ ນ້ຳພິກແກງ ຈົນ ມີກິ່ນຫອມ ແລ້ວ ໃສ່ກະທິໝາກພ້າວ.

11. ເມື່ອ ນ້ຳໝີ່ ສຸກແລ້ວ ເປີດຝາໄດ້ແລ້ວ, ໃຫ້ໃສ່ ກະທິໝາກພ້າວ ທີ່ກຽມນັ້ນລົງໄປ ແລ້ວຄົນ.

12. ເປີດ ໄຟໃຫ້ ໝໍ້ຟົດ ແລ້ວ ຕີໄຂ່ ໃສ່ ຖ້ວຍກ່ອນ ແລ້ວ ຈຶ່ງຄ່ອຍ ຮວດລົງ ໄປ ໃນໝໍ້ ເຮັດ ເປັນເສັ້້ນ. ຫ້າມຄົນ.

13. ກຽມຖ້ວຍ ໃສ່ ໝີ່ລົງໄປ ຕາມດ້ວຍ ຕ່ອນເລືອດໝູ ຕົ້້ມສຸກ, ກະລ່ຳ ສີມ່ວງ, ຜັກບົ່ວໃບ, ຖົ່ວດິນບົດ, ໝາຫເຜັດ ແຫ້ງທອດ, ໝາກປີ, ໝາກນາວ, ຫອມລາບ, ແລະ ຖົ່ວງອກ. ແລ້ວ ຕັກນ້ຳໝີ່ ກະທິໃສ່. ພ້ອມເສີບ ໄດ້ເລີຍ!

ໝາຍເຫດ: ສູດນີ້ ແມ່ນ ສູດ ທີ່ເຮັດໃສ່ ໝໍ້ອົບສະເພາະ. ໝໍ້ອົບ ເຮັດໃຫ້ ຖົ່ວຂຽວສຸກໄວຂຶ້້ນ.


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ