ໜ້າຫຼັກສູດອາຫານລາວສະຫຼັດ

ຍຳໄກ່ກອບ ໃສ່ ຜັກກາດນາຢິກ

(0 ໂຫວດ) • ໂດຍ Saeng Douangdara

2 ຄົນ · ງ່າຍ · 30 ນາທີ · ປານກາງ

ນີ້້ບໍ່ແມ່ນ ຍຳສະຫລັດ ທຳມະດາ! ຂ້ອຍໃຊ້ ຈືນຂາໄກ່ ທີຍັງເຫລືອ ທີຍັງກ໊ອບໃຫມ່ຢູ່. ຂ້ອຍໃຊ້ເຄັດລັບສະເພາະ ໃນການ ເຮັດໃຫ້ ໃບຜັກກາດນາ ອ່ອນ ແລະ ຮວດດ້ວຍນ້ຳສະຫລັດລາວ.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ເຄື່ອງປຸງ

ວິທີເຮັດ

# ກຽມນ້ຳຍຳ

1. ປະສົມ ເຄື່ອງນ້ຳຍຳ ທັງໝົດ ເຂົ້າໃນຂວດ ແລ້ວ ສັ່ນໃຫ້ເຂົ້້າກັນ ຫລື ປະສົມແບບຕີໆກະໄດ້.

# ກຽມໄກ່

1. ແກະ ໜັງອອກ ແລະ ແຍກຊີ້ນອອກ ປະໄວ້ ແຍກຊາມ

2. ຕັ້ງ ກະທະນ້ອຍ ໃສ່ນ້ຳມັນ ຕັ້ງໄຟກາງ ໃຫ້ຮ້ອນ ແລ້ວເອົາໜັງໄກ່ລົງ ທອດປະມານ 2 ນາທີ. ຫລືຈົນ ໜັງເຫລືອງກອບ

# ກຽມຜັກ

1. ຈີກໃບກາດນາ ຢິກ ອອກຈາກກ້ານ, ຈີກເປັນໃບນ້ອຍໆ ພໍດີຄຳ ແລ້ວປະໄວ້ຊາມ.

2. ເອົານ້ຳມັນໝາກກອກ ທາໃສ່ມືສອງເບື້ອງ ແລ້ວ ນວດເບົາໆ ໃສ່ໃບຜັກກາດນາໃຫ້ທົ່ວ.

3. ຮວດ ນ້ຳສະຫລັດ ໃສ່ຊາມຜັກ ຕາມໃຈມັກ.

4. ວາງ ໝາກເລັ່ນ ທີ່ຜ່າເຄິ່ງໃສ່, ໃສ່ຫອມບົ່ວແດງຊອຍບາງ, ໃສ່ ຫອມປ້ອມ, ແລະ ຊີ້ນໄກ່ ພ້ອມ ຫນັງ ໄກ່ກອບ.

ເຄັດລັບ: ນ້ຳສະຫລັດ ສາມາດ ເກັບໄວ້ໄດ້ເດືອນ​1. ແຕ່ລະເທື່ອ ກ່ອນໃຊ້ ຢ່າລືມສັ່ນ ຂວດກ່ອນ.


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ