ໜ້າຫຼັກສູດອາຫານລາວປະເພດປີ້ງ/ດາດ

ປີ້ງປີກໄກ່ ສູດເດັດ!

(0 ໂຫວດ) • ໂດຍ Saeng Douangdara

4 ຄົນ · ງ່າຍ · 45 ນາທີ · ຖືກ

ເມນູ ປີກໄກ່ ແບບສູດລາວໆ ແມ່ນເຮັດໄດ້ ງ່າຍໆ ບໍ່ວ່າຈະ ເອົາໄປ ປີ້ງ ຫລືອົບກະແຊບ. ກິນກັບຕຳໝາກຫຸ່ງນີ້ ຖືວ່າເຂົ້າກັນໄດ້ດີ໊ ໄດ້ດີ. ທີ່ສຳຄັນ ໃນສູດນີ້ ແມ່ນ ນ້ຳມັນຫອຍເດີ !

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ເຄື່ອງປຸງ

ວິທີເຮັດ

1.ເອົາປີກໄກ່ ອອກມາຈາກຕູ້ເຢັນ ແລ້ວປະໄວ້ ໃນອຸນນະພູມຫ້ອງ. ກຽມເຄື່ອງໝັກຕາມນີ້: ຊອຍ ແລະ ບົດ ຫລືຕຳ ຫົວສີໄຄ, ກະທຽມ ແລະ ຫອມປ້ອມ ໃຫ້ແຫລກດີ.

2. ໝັກປີກໄກ່ ດ້ວຍ ນ້ຳມັນຫອຍ, ຊ໊ອສໝາກເຜັດກະທຽມ (ສຳເລັດຮູບ), ນ້ຳປາ, ສະອິ້ວຝາຂຽວ,ໝາກນາວ, ນ້ຳຕານປີບ, ແລະພິກໄທດຳປົ່ນ. ຕາມດ້ວຍ ເຄື່ອງທີ່ຕຳໄວ້ນັ້ນລົງ ຄົນໃສ່ ປີກໄກ່ ແລ້ວ ເອືອບປະໄວ້ 1 ຊົ່ວໂມງ ຫລື ໄວ້ໃນຕູ້ເຢັນ ຂ້າມຄືນຍິ່ງແຊບ.

3. ເປີດ ເຕົາອົບ ທີ່ອຸນນະພູມ 375 ຟາເລັນຮາຍ (F) ຫລື 195 ອົງສາ (C). ເອົາປີກໄກ່ໃສ່ ຖາດ ຮອງດ້ວຍແຜ່ນ ອາລູມິນຽມ ແລ້ວ ເຂົ້າອົບໃຊ້ເວລາ 15ນາທີ, ໃຫ້ປີ້ນ ທາງ ເພື່ອຈະໄດ້ສຸກສະເໝີກັນ . ຈາກນັ້ນ ປ່ຽນ ເຕົາອົບໃສ່ໂໝດປີ້ງ ແລ້ວ ປີ້ງຕໍ່ອີກ 10 ນາທີ ເພື່ອ ໃຫ້ປີກໄກ່ ແຫ້ມ ອອກສີ ນ້ຳຕານ. ເມື່ອສຸກແລ່ວ ຕັກໄກ່ ອອກຈາກ ຖາດ ພັກໃຫ້ເຢັນປະມານ 15 ນາທີ. ຖ້າມີນ້ຳຊ໊ອສເຫລືອ ຢູ່ຖາດປີ້ງ ໃຫ້ແຍກອອກ ເອົາໄວ້ຈ້ຳກໍ່ໄດ້. ໂຮຍ ຫອມບົ່ວໃບຊອຍໃສ່ ພ້ອມ ເສີບ! ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ