ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ນ້ຳຊຸບໄກ່

(1 ໂຫວດ) • ໂດຍ Saeng Douangdara

3 ລິດ · ງ່າຍ · 55 ນາທີ · ຖືກ

ນ້ຳຊຸບ ແບບນີ້ ຂ້ອຍມັກເຮັດໄວ້ ທິດລະເທື່ອ ເພາະວ່າ ເວລາ ຢາກກິນ ພວກແກງ ຫລື ພວກຕົ້ມ ຫລື ພວກເສັ້ນ ແມ່ນເອົາມາໃຊ້ໄດ້ເລີຍ ເພາະ ມັນໄວດີ. ແຖມ ເວລາຊົດ ແລ້ວຮູ້ສຶກ ດີຕໍ່ ສຸຂະພາບ ແບບບອກ ບໍ່ຖືກ.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ເຄື່ອງປຸງ

ວິທີເຮັດ

1. ໃຊ້ ໝໍ້ໃຫຍ່ ຫລື ໝໍ້ອົບແບບໄຟຟ້າ, ໃສ່ ຫົວບົ່ວແດງ, ຫົວສີໄຄ, ຂີງ, ແລະກະທຽມລົງໄປ. ຂົ້້ວແຫ້ງ ໃຫ້ ເຫລືອງ ຫອມ ປະມານ 3 ຫາ 5ນາທີ.

2. ໃສ່ ນ້ຳ ແລະ ກະດູກໄກ່ລົງໄປ.

3. ໃສ່ ນ້ຳປາ ແລະ ເກືອ ພ້ອມຄົນເຂົ້າກັນ.

4. ຖ້າໃຊ້ ໝໍ້ ອົບແຮງດັນ ແບບ ໄຟຟ້າ ແມ່ນຕົ້ມ 30 ນາທີ ແລ້ວເປີດຝາ ຕົ້ມ ຕໍ່ອີກ 15 ນາທີ . ຖ້າໃຊ້ໝໍ້ທຳມະດາ ຕົ້້ມ ໄຟອ່ອນ1 ຊົ່ວໂມງ.

5. ຕອງ ເອົາແຕ່ນ້ຳຊຸບ

6. ຫລັງຈາກຕົ້ມສຸກແລ້ວ ໃຫ້ ຕັກອອກມາໄວ້ ເຢັນ ແລ້ວ ເອົາເຂົ້າຕູ້ເຢັນໄວ້, ມື້໊ຕໍ່ມາ ໃຫ້ ຕັກໄຂມັນເທິງຊຸບອອກ ແລ້ວຕອງ ອີກເທື່ອ1!

7. ເກັບໄວ້ໃຊ້ ປຸງອາຫານ ຕາມໃຈ!

ໝາຍເຫດ

• ຖ້າໃຜໃຊ້ ໄກ່ເປັນໂຕ, ໃຫ້ ນຳໄກ່ ໄປຕົ້ມແບບລວກກ່ອນ ປະມານ 10 ນາທີ. ຖອກນ້ຳຖິ້ມ ແລ້ວຈິ່ງ ເລີ່ມ ເຮັດ ຕາມຂໍ້ 4 ທາງເທິງ.

• ຂ້ອຍມັກໃຊ້ ຫົວບົ່ວໃຫຍ່ສີເຫລືອງ ກັບນ້ຳຊຸບ ແຕ່ ຖ້າມີ ຫົວບົ່ວແບບໃດກະໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ