ໜ້າຫຼັກສູດອາຫານລາວພັນ

ຢໍ່ຈືນ ສູດແມ່

(1 ໂຫວດ) • ໂດຍ Saeng Douangdara

2 ໂຫຼ · ຍາກ · 60 ນາທີ · ປານກາງ

ຢໍ່ຈືນ ແຕ່ລະບ້ານ ມີສູດແຕກຕ່າງກັນໄປ! ແຕ່ສູດແມ່ຂ້ອຍ ຈະມາບອກເຄັດລັບ ໃຫ້ ມັນກອບ ແບບພໍດີເປະ ແລະ ລົດຊາດແຊບຊ້ອຍ. ຂອບໃຈ ມາຍັງ ຊ໊ອສ ກາ ABC ຜູ້ສະໜັບສະໜູນ ວິດີໂອນີ້ !

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ສຳລັບແຈ່ວຈ້ຳ

ວິທີເຮັດ

1. ແຊ່ ເສັ້ນລ້ອນ ແລະ ເຫັດຫູໜູໄວ້ ປະມານ 20 ນາທີ. ໃນຂະນະນີ້ ໃຫ້ ເອົາ ແຜ່ນ ຢໍ່ຈືນ (ສຳເລັດຮູບ) ທີ່ແຊ່ແຂງ ອອກມາ ປະໄວ້ ນອກ 20 ນາທີ.

2. ຊອຍກະລ່ຳປີເປັນເສັ້ນຝອຍ.

3. ຊອຍ ຫົວບົ່ວໃຫຍ່ ເປັນເສັ້້ນແລບໆ.

4. ຂູດ ກາລົດ ແລະ ມັນຝລັ່ງ ເປັນເສັ້ນ.

5. ເອົາຊາມມາ, ໃສ່ ກະລ່ຳປີ, ຫົວບົ່ວໃຫຍ່, ກາລົດ, ມັນຝລັ່ງ, ເສັ້້ນລອ້ນຕັດ, ແລະ ເຫັດຫູໜູ ລົງໄປ.

6. ໃສ່ເຄື່ອງປຸງ : ໄຂ່, ຊ໊ອສກາABC (ສະອິ້ວຫວານ), ນ້ຳປາ, ພິກໄທດຳ, ແລະ ແປ້ງນົວ. ຈາກນັ້ນຄົນໃຫ້ເຂົ້າກັນ.

7. ຈາກນັ້ນ ເອົາ ໄປໃສ່ ຕະແກງ ເພື່ອຕອງເອົານ້ຳທີ່ມີ ອອກ.

8. ແຍກ ແຜນ ຫໍ່ຢໍ່ ອອກຈາກກັນ ແລ້ວ ໃຊ້ ຜ້າສະອາດປົກໄວ້ ເພື່ອບໍ່ໃຫ້ມັນຖືກລົມ ແລ້ວແຫ້ງ.

9. ວິທີຫໍ່ ແມ່ນ ເອົາແຜ່ນຢໍ່ ອອກມາແຜ່ນໜຶ່ງ ປິ່ນ ມຸມແຈ ເຂົ້າ ຫາໂຕເອງ ,ຕັກເຄຶ່ອງປະສົມໄວ້ລົງໄປ 2 ບ່ວງແກງ ແລ້ວ ພັບແຜ່ນປິດ ເຄື່ອງ ແລ້ວ ລິ້ງໄປ ຮອດເຄິ່ງກາງ ຈຶ່ງປິດດ້ານ ຊ້າຍ ແລະ ຂວາ ເຂົ້າ ແລ້ວ ລິ້ງຕໍ່ໄປ. ກ່ອນ ສຸດແຜ່ນ ໃຫ້ ຈຸບລົງ ໄຂ່ຂາວ ເພື່ອ ເປັນກາວປິດໄວ້.

10. ນຳໄປທອດ ໃນນ້ຳມັນ ທີ່ ອຸນນະພູມ 350F ເວລາ 5 ນາທີ.

ວິທີຈືນ ອີກແບບຄື:

1. ຈຸ່ມ ຢໍ່ລົງ ໃນນ້ຳມັນ ( ອຸນນະພູມຫ້ອງ) ແລ້ວ ໄປໃສ່ ໝໍ້ທອດ ໄຮ້ນ້ຳມັນ ທີ່ 400F ເປັນເວລາ 12 ນາທີ.

2. ໂຕທີ່ຍັງບໍ່ສຸກ ສາມາດເອົາ ໄປເກັບໃນ ຊ່ອງແຊ່ ແຂງໄດ້ ໄວ້ຈືນຄັ້ງຕໍ່ໄປ .

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

Absolutely perfect!
it isn't the rice paper as pictured though, you want spring roll wrappers from the frozen foods area, not the ones for fresh spring rolls as pictured

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ