ໜ້າຫຼັກສູດອາຫານລາວປະເພດຫນື້ງ

ເຂົ້າໜຽວ ໝາກມ່ວງ ສີຟ້າ

(3 ໂຫວດ) • ໂດຍ Saeng Douangdara

4 ຄົນ · ປານກາງ · 735 ນາທີ · ຖືກ

ເຂົ້າໜຽວໝາກມ່ວງ ສາມາດຫາກິນໄດ້ ແຖບ ປະເທດອາຊີ ຕາເວັນອອກສ່ຽງໃຕ້ ໂດຍສະເພາະ ຢູ່ລາວ ກໍ່ຫລາຍ. ຄົນສ່ວນໃຫຍ່ ຈະຮູ້ຈັກ ເຂົ້າໜຽວ ສີຂາວ ແລະ ໝາກມ່ວງສຸກ. ມື້ີ້ນີ້ ແມ່ນຂ້ອຍຈະມາເຮັດ ສະໄຕຂ້ອຍ ຄື ເຮັດເຂົ້າເປັນສີຟ້າ ແລະ ກິ່ນ ຫອມ ຈາກໃບເຕີຍ ແລະ ເນື້ອສຳຜັດ ຈາກ ຖົ່ວຂຽວຂົ້ວ.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ເອົາ ດອກອັນຊັນ ແຫ້ງ ໃສ່ຖ້ວຍ ແຊ່ ນ້ຳຮ້ອນໄວ້ 5 ນາທີ. ແລ້ວ ຕອງເອົາແຕ່ນ້ຳ

2. ລ້າງ ເຂົ້າໜຽວ 3 ນ້ຳ, ແລ້ວ ໃຊ້ ນ້ຳ ດອກ ອັນຊັນ ໝ່າ ໄວ້ ຄືນໜຶ່ງ ຫລື 12 ຊົ່ວໂມງ

3. ໜຶ້ງ ເຂົ້າໜຽວ ໃສ່ ຫວດ ແລ້ວ ຫໍ່ ດ້ວຍ ຜ້າຂາວ ອີກຊັ້ນ, ໜຶ້ງ ປະມານ 15 ນາທີ

4. ຄ້າງໝໍ້ ໃສ່ ກະທິໝາກພ້າວ, ນ້ຳຕານ, ນ້ຳຕານປີ້ບ, ເກືອ, ໃບເຕີຍ ແລ້ວ ຕົ້ມໄຟອ່ອນ ປະມານ 5 ນາທີ ປະໄວ້

5. ເອົາເຂົ້າໜຽວ ທີ່ໜຶ້ງສຸກນັ້ນ ໃສ່ຊາມ, ແລ້ວ ຖອກ ກະທິ ທີ່ຕົ້້ມ ນັ້ນ ລົງ ປະມານ 3/4 ຂອງກະທິ ທັງໝົດ. ຄົນໃຫ້ ເຂົ້າກັນດີ ແລ້ວປະໄວ້ 5 ນາທີ.

6. ປະສົມ ແປ້ງໃສ່ນ້ຳ ຕີໃຫ້ແຕກ ແລ້ວ ໄປຖອກລົງ ປະສົມ ກັບກະທິ ທີຍັງເຫລືອໃນໝໍ້, ນຳໄປຕົ້ມປະມານ 2-3ນາທີ ໃຫ້ມັນຂຸ້ນ. ຕື່ມນ້ຳໄດ້ ຖ້າບໍ່ມັກຂຸ້ນຫລາຍ.

7. ຂົ້ວ ຖົ່ວຂຽວ (ບໍ່ມີເປືອກ) ໃສ່ໝໍ້ຂາງ ບໍ່ໃສ່ນ້ຳມັນ. ໃຊ້ໄຟກາງ ປະມານ 2-4 ນາທີ ໃຫ້ເຫລືອງແຫ້ມ. ປະໄວ້

8. ປອກໝາກມ່ວງ ແລ້ວປາດເປັນບີ້ງ.

9. ຕັກເຂົ້າໜຽວ ຈັດຊົງ ເປັນກ້ອນງາມ ໃສ່ເທິງຈານ, ຢາຍ ໝາກມ່ວງໃສ່ ຂ້າງເຂົ້້າ, ລາດກະທິລົງ ຕາມດ້ວຍ ໂຮຍ ຖົ່ວ ຂຽວຂົ້ວລົງ ! ພ້ອມແຊບ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ

ຂອບໃຈສູດອາຫານ
ລະອຽດ

ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ