ໜ້າຫຼັກສູດອາຫານຈີນປະເພດຂົ້ວ/ຜັດ

ແພນເຄັກ ຜັກບົ່ວຂຽວ

(0 ໂຫວດ) • ໂດຍ Saeng Douangdara

4 ຄົນ · ງ່າຍ · 46 ນາທີ · ຖືກ

ຂ້ອຍມັກ ສູດອາຫານ ທີ່ ມີສ່ວນປະສົມ ບໍ່ຫລາຍ. ເມນູນີ້ ແມ່ນ ມີລົດຊາດດີ ຂອງຜັກບົ່ວ ແລະ ແປ້ງກອບໆ. ມີແຕ່ໃຫ້ ພະຍາຍາມ ວັດຕວງ ແປ້ງ ກັບນ້ຳ ໃຫ້ພໍດີ.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ເຄື່ອງປຸງ

ວິທີເຮັດ

1. ປະສົມ ນ້ຳ ແລະ ແປ້ງເຂົ້າກັນ ໃຊ້ມືຄົນ ຈົນບໍ່ຕິດມື ແລ້ວໃຫ້ນວດ.

2. ນວດ ໃຫ້ນຽນແລ້ວ ໃຊ້ຜ້າປົກໄວ້ ແລ້ວ ພັກໄວ້ 20 ນາທີ.

3. ຈາກນັ້ນ ແບ່ງເປັນ 3ກ້ອນ. ກຽມ ຫນ້າໂຕະພຽງ ຫລື ຂຽງໃຫຍ່ ໂຮຍແປ້ງລົງ ແລ້ວ ຮີດແປ້ງແປັນແຜ່ນ ແປໆວົງມົນ.

4. ໃສ່ ເກືອ ແລະ ໃຊ້ຝາມື ເນັ້ນລົງໃສ່ແປ້ງ. ໃຊ້ໄມ້ ຫລື ຂວດ ຮີດແປ້ງຈົນແປ ເປັນແຜ່ນ. ຈາກນັ້ນ ທາ ນ້ຳມັນໃສ່, ແລ້ວໂຮຍ ບົ່ວໃບຊອຍລົງທົ່ວ. ແລ້ວໃຫ້ ພັບ ມ້ວນ ເຂົ້າເປັນແທ່ງ ແລ້ວ ເຮັດເປັນກໍ້ ຄືຮູບ ກົ້ນຫອຍ.

5. ຫລັງຈາກ ພັບແລ້ວ ປິດຂອບ ປາຍມັນໄວ້ ທາງລຸ່ມກ້ອນແປ້ງ ວາງ ພັກໄວ້ 20 ນາທີ.

6. ຫລັງຈາກ ພັກແປ້ງແລ້ວ ໃຫ້ ໂຮຍແປ້ງ ລົງຫນ້າໂຕະ ຫລື ຂຽງ ອີກເທື່ອໜຶ່ງ ແລ້ວ ໃຊ້ ຝາມື ບີບລົງ ເທິງກ້ອນແປ້ງ ເບົາໆ. ແລ້ວຈຶ່ງ ໃຊ້ໄມ້ກິ້ງ ຄ່ອຍ ຮີດໃຫ້ເປັນແຜ່ນ ແປ ເປັນວົງມົນ. ( ຖ້າມັນມີ ຫອມບົ່ວ ລົ້ນ ອອກມາກະບໍ່ເປັນຫຍັງ)

7. ຕັ້ງກະທະໃຫ້ຮ້ອນ ທານ້ຳມັນ ໃສ່ພໍປະມານ ແລ້ວ ເອົາ ແຜ່ນແປ້ງລົງ ໄປຈືນ ຂ້າງລະປະມານ 2 ນາທີ.

8. ຕອນຈືນ ໃຫ້ປີ້ນ ໄປມາ ແລ້ວ ທາຕື່ມນ້ຳມັນ ເລັກນ້ອຍເພີ່ມໄດ້ ເພື່ອ ເພີ່ມຄວາມກອບ. ຕັກໃສ່ຈານ, ຕັດເປັນປ່ຽງ ພ້ອມເສີບໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ