ໜ້າຫຼັກສູດອາຫານໄຕ້ຫວັນboiled

ຕົ້ມໝາກເຂືອ ລາດສະອິ້ວ

(0 ໂຫວດ) • ໂດຍ A table c´est Chiou

1 ຈານ · ງ່າຍ · 10 ນາທີ · ຖືກ

ສະບາຍດີທຸກຄົນ, ມື້ນີ້ ຊິພາມາເຮັດ ເມນູ ງ່າຍໆ ນັ້ນຄື ຕົ້ມໝາກເຂືອ ລາດສະອິ້ວ. ສ່ວນຫລາຍ ຕາມຮ້ານ ອາຫານ ໃນໄຕ້ຫວັນ, ໝາກເຂືອ ເຂົາ ຈະເອົາໄປຂົ້ວ ກັບນ້ຳມັນ. ແຕ່ຂ້ອຍຄິດວ່າ ມັນ ມັນໂພດ ສຳລັບ ລະດູຮ້ອນແບບນີ້. ເລີຍ ຂໍປ່ຽນ ມາຕົ້້ມແທນ. ຈາກນັ້ນ ເອົາໄປໃສ່ ນ້ຳກ້ອນ ເພື່ອໃຫ້ມັນສົດຊື່ນ ເວລາກິນ ຈະໄດ້ຕັດກັບ ອາກາດທີ່ ຮ້ອນອົບເອົ້າ.

ສູດຈາກ FB A table c'est Chiou, YT A table c'est Chiou

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຕັດໝາກເຂືອ ເປັນຕ່ອນ ປະໄວ້. ແລ້ວກຽມ ຊ໊ອສ ໂດຍການ ສັບກະທຽມ ແລະ ໃບບົວລະພາ ແລ້ວ ເອົາໄປໃສ່ ໃນຖ້ວຍນ້ອຍ ຖອກສະອິ້ວໃສ່ ຄົນປະໄວ້.

2. ຕົ້ມນ້ຳ ໃຫ້ຟົດ ໃສ່ເກືອ ແລະ ນ້ຳມັນພືດ .

3. ເອົາໝາກເຂືອ ລົງໄປຕົ້ມ ໃຫ້ໃຊ້ຕະແກງ ເນັ້ນໝາກເຂືອ ລົງກົ້ນໝໍ້ ໃຫ້ນ້ຳ ຖ້ວມ ເພື່ອຈະໄດ້ ສຸກສະເໝີກັນ ແລະ ໄດ້ສີງາມ.

4. ຫລັງຈາກຕົ້ມ 3 ນາທີ , ໃຫ້ຕັກໝາກເຂືອ ອອກໄປນ໊ອກລົງນ້ຳກ້ອນ ໃນຊາມ.

5. ເມື່ອເຢັນແລ້ວ ໃຫ້ ຕັກອອກໃສ່ຈານ, ລາດ ຊ໊ອສ ສະອິ້ວ ທີ່ກຽມໄວ້ໃສ່. ພ້ອມເສີບໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ