ໜ້າຫຼັກສູດອາຫານລາວປະເພດລາບ/ກ້ອຍ/ຊອຍ/ແຊ່

ກ້ອຍປາ

(1 ໂຫວດ) • ໂດຍ ສາວວອນ ແກ້ງກອກ

4 ຄົນ · ປານກາງ · 40 ນາທີ · ປານກາງ

ສຳລັບ ອາຫານ ວັນນີ້ ຂໍສະເໜີ 'ກ້ອຍປາ' ລົດຊາດທີ່ ແຊບ ເກີນຄຳບັນຍາຍ. ກິນແລ້ວ ອີ່ມປານໃດ ກະບໍ່ຢາກເຊົາ. ເຮັດຍາມໃດກະແຊບຍາມນັ້ນ. ເບິ່ງວີທີເຮັດທາງລຸ່ມນີ້ເດີ:

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1. ຖ້າປາເປັນໂຕໃຫ້ລືບເອົາແຕ່ຊີ້ນປາ ມາຊອຍເປັນຕ່ອນຫນາປະມານ 2 ເຊັນ. ແລ້ວຄັ້ນເບົາໆໃສ່ນ້ຳຫມາກນາວ ແຊ່ປະໄວ້ປະມານ 15 ນາທີ.

ຂັ້ນຕອນ 2. ຄ້າງຫມໍ້ ໃສ່ນ້ຳ ຕື່ມເກືອ, ຕົ້້ມໃຫ້ຟົດ, ປັ້ນນ້ຳຫມາກນາວ ອອກຈາກປາ ແລ້ວເອົາ ປາລົງລວກ ປະມານ 2 ຫາ 3 ນາທີ ແລ້ວເອົາຂຶ້ນ ພັກໄວ້ໃນຊາມ.

ຂັ້ນຕອນ 3. ພໍປາເຢັນລົງ ໃຫ້ ເອົາ ນ້ຳປາ, ແປ້ງນົວ, ຫມາກນາວ,ກະທຽມ ຫອມບົ່ວແດງລົງໄປ ແລ້ວຄົນ ເບົາໆ. ຈາກນັ້ນໃສ່ ເຂົ້າຂົ້ວ, ຫມາກເຜັດ ແລະ ຫອມຊອຍຕ່າງໆລົງໄປ. ຊີມລົດຊາດ ພ້ອມເສີບ ກັບເຂົ້າຫນຽວ. ແຊບ!!

ເຄັດລັບ: ທີ່ເອົາປາແຊ່ຫມາກນາວກ່ອນລວກ ເຮັດໃຊ້ຊີ້ນປາບໍ່ເລະ. ຄວນຊີມປາກ່ອນໃສ່ຫມາກນາວຕອນປຸງເຄື່ອງ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ