ໜ້າຫຼັກສູດອາຫານລາວປະເພດແຈ່ວ

ແຈ່ວໝາກມ່ວງ

(1 ໂຫວດ) • ໂດຍ Saeng Douangdara

1 ຖ້ວຍ · ງ່າຍ · 15 ນາທີ · ຖືກ

ວິທີເຮັດ ແຈ່ວໝາກມ່ວງ ສະບັບ ສຽງ ASMR. ຄລິບນີ້ ເປັນ 1 ໃນ ຊີຣີຂອງ ການແຕ່ງອາຫານ ລາວ ແບບໃຊ້ສຽງ ASMR.

ເຄຼດິດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ແຊ່ໝາກມ່ວງ ໃສ່ນ້ຳກ້ອນ ປະໄວ້.

2. ຂົ້ວໝາກເຜັດແຫ້ງ ໃສ່ ໝໍ້ກະທະ, ແລະແຍກ ປະໄວ້ຖ້ວຍ. ຈາກນັ້ນ ຂົ້ວ ເຂົ້າສານໜຽວ ໃສ່ກະທະ, ແລະ ແຍກ ໄວ້ຖ້ວຍຕ່າງຫາກ.

3. ຕຳ ໝາກເຜັດແຫ້ງໃຫ້ມຸ່ນ. ຕຳເຂົ້າຂົ້ວໃຫ້ມຸ່ນ. ແຍກໃສ່ຖ້ວຍໄວ້ ຕ່າງຫາກ.

4. ຈາກນັ້ນ ສັບຫົວບົ່ວແດງ, ແລະ ສັບ ໝາກເຜັດດິບໄວ້.

5. ກຽມຖ້ວຍແຈ່ວ ໃສ່ ກະປິ 1 ບ່ວງກາເຟ. ໃສ່ ນ້ຳປາ, ແລະໃສ່ ເຜັດປົ່ນ 1 ບ່ວງແກງ, ເຂົ້້າຂົ້ວ 2 ບ່ວງແກງ, ນ້ຳຕານ 2 ບ່ວງແກງ, ແປ້ງນົວຢິບມື1, ປາແດກ 4 ບ່ວງແກງ. ໃສ່ ຫອມບົ່ວແດງ ແລະ ເຜັດດິບ ສັບ.

6. ປອກໝາກມ່ວງ ແລະ ຊອຍເປັນຕ່ອນ, ເສີບກັບແຈ່ວ.

ແຊບ!


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ