ໜ້າຫຼັກສູດອາຫານລາວປະເພດແຈ່ວ

ແຈ່ວສົ້ມ ແລະ ແຈ່ວບີ ກັບຊີ້ນງົວ ວາກິວ

(1 ໂຫວດ) • ໂດຍ Saeng Douangdara

2 ຖ້ວຍ · ງ່າຍ · 245 ນາທີ · ຖືກ

ຂ້ອຍມັກ ກິນປີ້ງຊີ້້ນ ງົວ ວາກິວແຊບໆ ກັບ ແຈ່ວ ສຸດໂປດ ແບບລາວໆ ນັ້ນຄື: ແຈ່ວສົ້ມ ແລະ ແຈ່ວບີ ! ເຈົ້້າເດ ມີແຈ່ວ ສຸດໂປດບໍ່? ຊີ້ນງົວ ວາກິວ ແມ່ນມາຈາກ @pursuitfarms ເປັນຊີ້ນ ສ່ວນທີ່ ຕັດມາໄດ້ ແຊບຫລາຍ! ໃນວິດີໂອນີ້ ຈະບອກເຖິງ ວິທີເຮັດ ສ່ວນຊີ້ນທີ່ຕິດ ດູກຂ້າງ, ແລະ ສ່ວນຣິບອາຍ ສະເຕັກ ແລະ ວິທີ ເຮັດແຈ່ວ ທີ່ແຊບ ໃຫ້ມັນເຂົ້າກັນກັບຊີ້ນ ແບບໃດ

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ແຈ່ວສົ້ມ

ແຈ່ວບີ

ຊີ້ນດູກຂ້າງວາກິວ

ຊີ້ນ ສະເຕັກ ຣິບອາຍ ວາກິວ

ວິທີເຮັດ

- ແຈ່ວສົ້ມ

1. ເອົາຄົກ ກັບສາກ ມາ , ຕຳກະທຽມໃຫ້ແຫລກ ກ່ອນ

2. ໃສ່ໝາກເຜັດດິບ ແລ້ວຕຳ

3. ໃສ່ ກ້ານຫອມປ້ອມ ແລ້ວ ຕຳ

4. ໃສ່ ນ້ຳຕານ, ໃສ່ ນ້ຳປາ, ນ້ຳໝາກນາວ, ແລະ ຫອມປ້ອມ ຊອຍ ແລ້ວຄົນໃຫ້ເຂົ້າກັນ ຫລື ໃຫ້ນ້ຳຕານເປື່ອຍ

5. ຊີມ ແລະ ປຸງລົດຕາມໃຈ

-ແຈ່ວບີ:

1. ເອົາຖ້ວຍນ້ອຍມາ ໃສ່: ເຜັດປົ່ນ, ເຂົ້າຂົ້ວ, ແປ້ງນົວ, ຄົນເຂົ້າກັນ

2. ແລ້ວໃສ່ ປາແດກ, ນ້ຳປາ, ແລະ ນ້ຳບີ. ຄົນໃຫ້ເຂົ້າກັນ

3. ຈາກນັ້ນ ໃສ່ : ຫອມບົ່ວ ແລະ ຫອມປ້ອມ ຄົນເຂົ້າກັນ

4. ໃສ່ນ້ຳ ໜ້ອຍໜຶ່ງ ເພື່ອໃຫ້ມັນແຫລວ

5. ຊີມ ແລະ ເພີ່ມລົດຊາດຕາມໃຈ

- ວິທີ ຊູວີ ຊີ້ນ (Sous Vide) ດູກຂ້າງ ວາກິວ

1. ເອົາຊີ້ນອອກມາ ປະໄວ້ ອຸນນະພູມຫ້ອງ 45 ນາທີ.

2. ໃຊ້ ເຈ້ຍທິດຊູ ຊັບ ຊີ້້ນ ໃຫ້ແຫ້ງ

3. ໃສ່ ເກືອ ແລະ ພິກໄທ ທັງສອງດ້ານ ແລ້ວ ພັກໄວ້ 10 ນາທີ

4. ນຳໄປໃສ່ຖົງ ສູນຍາກາດ ປິດຖົງ ແລ້ວ ເປີດເຄື່ອງ ຊູວີ ໃຫ້ພ້ອມໃຊ້ງານ

5. ຊີ້ນຕິດ ດູກຂ້າງໜາ 3 ນິ້ວ ຖ້າ ເຮັດໃຫ້ສຸກ ໃສ່ຄວາມຮ້ອນ 135 ຟາເຣັນຮາຍ ຫລື ສຸກ ແບບນ້ຳຕົກ (ມີດຽມແຣ) ແມ່ນ 131 ຟາເຣັນຮາຍ ປະມານ 4 ຊົ່ວໂມງ ໃນເຄື່ອງ ຊູວີ. ຖ້າ ຫາກຊີ້ນ ຕ່ອນໃຫຍ່ກວ່ານີ້ ໃຫ້ເພີ່ມເວລາຕື່ມ.

6. ຈາກສຸກ ໄດ້ທີ່ແລ້ວ, ໃຫ້ເອົາຊີ້ນອອກຈາກຖົງ ວາງລົງ ຕະແກງສະແຕນເລດ ເທິງຖາດ ແລະ ໃຊ້ ທິດຊູ ຊັບ ນ້ຳຊີ້ນອອກ ໜ້ອຍ ໜຶ່ງ

7. ຈາກນັ້ນ ໃຊ້ເຄື່ອງ ພົ່ນໄຟ (ສຳລັບອາຫານ) ຫລື ດາດໃສ່ ເຕົາຖ່ານ ຫລື ແກ໊ສ ຮ້ອນໆ ປະມານ 3 ວິນາທີ ໃຫ້ ຊີ້ນທາງນອກແຫ້ມ

8. ຕັດ ຊີ້ນ ອອກຈາກ ກະດູກ ແລະ ຊອຍທາງຂວາງ ຂອງລາຍເສັ້ນ

- ວິທີ ເຮັດ ສະເຕັກ ສ່ວນ ຣິບອາຍ ໃສ່ກະທະ Cast Iron

1. ເອົາຊີ້້ນ ( ໜາປະມານ 1 ນິ້ວ) ອອກຈາກຕູ້ເຢັນ ປະໄວ້ ອຸນນະພູມຫ້ອງ 15 ນາທີ

2. ເອົາ ທິດຊູຊັບ ຊີ້ນໃຫ້ແຫ້ງ

3. ທາເກືອ ແລະ ພິກໄທໃສ່ ຊີ້ນທັງ2ດ້ານ ປະໄວ້ 10ນາທີ

4. ຄ້າງໝໍ້ ກະທະ ໃຫ້ຮ້ອນ ( ວິທີເບິ່ງວ່າໝໍ້ຮ້ອນໄດ້ທີ່ ແມ່ນເອົານ້ຳ ຢອດໃສ່ ຖ້ານ້ຳ ກະເດັນ ຈົນແຫ້ງ ຖືວ່າໝໍ້ຮອນໄດ້ທີ່ແລ້ວ).

5. ໃສ່ນ້ຳມັນພືດ ໜ້ອຍໜຶ່ງ ແລະ ລໍຖ້າ ໃຫ້ມັນຮ້ອນ

6. ເອົາຊີ້ນລົງ ດາດ ປະມານ 2 ນາທີເຄິ່ງ ຫ້າມປີ້ນ

7. ປີ້ນ ຊີ້ນ ອີກຂ້າງໜຶ່ງ 2 ນາທີ ຈາກນັ້ນ ໃສ່ ກະທຽມ ທຸບ ແລະ ຫົວສີໄຄທຸບ ລົງໄປ ບ່ອນທີ່ມີນ້ຳມັນ ແລ້ວ ຕັກນ້ຳມັນໂຮຍໃສ່ ຕ່ອນຊີ້ນ. ພໍໄດ້ 30 ວິນາທີ ໃຫ້ ຕັກ ຊີ້ນກັບ ກະທຽມອອກ

8. ໃຊ້ເຫລັກຄີບ ຊີ້້ນ ດາດ ເບື້້ອງຂອບສັນ ຂອງຕ່ອນຊີ້ນ ໃຫ້ແຫ້ມກອບ

9. ເອົາຕ່ອນຊີ້ນ ອອກຈາກ ກະທະ ໃສ່ຈານ ຫລື ຊາມ ແລ້ວ ໃຊ້ ເຈ້ຍ ອາລູມີນຽມ ປົກ, ພັກໄວ້ 10 ນາທີ

10. ເອົາອອກມາ ຊອຍລວງຂວາງ.

ຈົບພິທີ ພ້ອມຮັບປະທານໄດ້. ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ