ໜ້າຫຼັກສູດອາຫານໄຕ້ຫວັນປະເພດຂົ້ວ/ຜັດ

ຫອຍນາງໂລມ ທອດໄຂ່

(0 ໂຫວດ) • ໂດຍ A table c´est Chiou

2 ຄົນ · ງ່າຍ · 20 ນາທີ · ປານກາງ

ມື້ນີ້ ຂ້ອຍ ຊິມາ ນຳສະເໜີ ຫອຍນາງໂລມ ທອດໄຂ່. ເຊິ່ງເປັນ ອາຫານຍອດຮິດໃນ ຕະຫລາດກາງຄືນ ທີ່ໄຕ້ຫວັນ.

ດັ່ງທີ່ ເຈົ້າຮູ້ ໄຕ້ຫວັນ ເປັນເກາະ ທີ່ ອ້ອມຮອບດ້ວຍທະເລ, ສະນັ້ນ ຈຶ່ງມີ ອາຫານ ທະເລ ຫລາຍຢ່າງ ແລະ ຄຸນນະພາບດີ. ສະນັ້ນ ແຫລະ ອາຫານ ສ່ວນຫລາຍ ຂອງ ພວກເຮົາ ຈຶ່ງມີສ່ວນ ປະກອບ ຈາກ ວັດຖຸດິບທະເລ ເປັນຫັລກ!

ຕົ້ນຕຳຫລັບ ຫອຍນາງໂລມ ທອດໄຂ່ ມີຄວາມໜ້າສົນໃຈຫລາຍ. ບາງຄົນ ເວົ້າວ່າ ສູດນີ້ ຄົນພົບ ແຕ່ປີ 1661 ໃນຍຸກ ຂອງ ພວກ ຈັກກະພັດ ຂອງ ດັຊ ເຂົ້້າ ມາຈີນ ຊ່ວງສັດຕະວັດທີ 17. ຊ່ວງເກີດການຕໍ່ສູ້ ເຫັນວ່າ ອຶດເຂົ້າ. ສະນັ້ນ ພວກເຂົາຈຶ່ງ ລອງ ປະສົມ ຫອຍນາງໂລມ ກັບ ໄຂ່ ແລະ ແປ້ງມັນດ້າງ. ນີ້ຄື ຈຸດກຳເນີດ ຂອງ ຫອຍນາງໂລມ ທອດໄຂ່!!!! ແລະຄົນໄຕ້ ຫວັນ ເກີດ ມັກເມນູນີ້ແຮງ! ຈົນຮອດ ມື້້ນີ້! ແລະ ມື້້ອື່ນ ເຈົ້າກະຊິມັກ ມັນຄືກັນ!

ໃນ ທີ່ສຸດ ຂ້ອຍ ກະໄດ້ ແກະ ສູດ ແບບເຂົາ ຂາຍໃນ ຕະຫລາດ ກາງຄືນໄດ້. ຖ້າໃຜມັກ ເຜັດ ແນະນຳໃຫ້ ໃສ່ ນ້ຳມັນໝາກເເຜັດ ຍີ່ຫໍ້ນີ້ (doubanjiang) ຕື່ມໃສ່ແຈ່ວເດີ. ສຳລັບ ຜັກ ເລືອກ ຕາມໃຈມັກ ເອົາທີ່ ຜັກສຸກໄວກະພໍ.

ວິດິໂອ

ເຄື່ອງປຸງ

ສ່ວນຫອຍທອດໄຂ່

ສ່ວນນ້ຳແຈ່ວ

ວິທີເຮັດ

1. ກຽມແປ້ງ: ໂດຍ ປະສົມ ແປ້ງສາລີ ແລະ ແປ້ງ ສິງກະໂປ ກັບນ້ຳ ໃສ່ໃນຖ້ວຍ ຄົນໃຫ້ເຂົ້າກັນ ປະໄວ້. ສ່ວນຜັກ ໃຫ້ຕັດ ແລ້ວ ປະໄວ້ ຖ້ວຍຕ່າງຫາກ.

2. ເຮັດ ນ້ຳແຈ່ວ : ຄ້າງໝໍ້ນ້ອຍ ໃສ່ນ້ຳ, ໃສ່ເຄື່ອງ ມິໂຊ, ຊ໊ອສໝາກເລັ່ນ, ສະອິ້ວ ແລະ ນ້ຳຕານ. ຕົ້ມໃຫ້ຟົດ. ປະສົມ ແປ້ງ ສາລີ ໃສ່ນ້ຳ ຄົນໆໃຫ້ລະລາຍ ກ່ອນ ເທລົງໃສ່ໝໍ້ ແຈ່ວ. ຄົນໆ ໃຫ້ແປ້ງສຸກ ແລະ ປົງ ປະໄວ້.

3. ທອດຫອຍ ໃສ່ໄຂ່: ຄ້າງໝໍ້ກະທະ, ທຳອິດ ໃສ່ນ້ຳມັນໃຫ້ ຮ້ອນ ແລ້ວ ໃສ່ຫອຍ ຂົ້ວບຶດໜຶ່ງ. ຕອກໄຂ່ລົງ ແລະ ໃສ່ ຜັກ ປົກ. ຈາກນັ້ນ ຮວດ ແປ້ງ ທີ່ປະສົມໄວ້ນັ້ນລົງ ປະມານ ເຄິ່ງຈອງ. ຈືນໃຫ້ສຸກ ແລະ ປີ້ນດ້ານ.

4. ເອົາໃສ່ຈານ ແລ້ວ ລາດ ດ້ວຍແຈ່ວ ທີ່ເຮັດໄວ້. ກຽມ ແຊບໄດ້ເລີຍ !


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ