ໜ້າຫຼັກສູດອາຫານໄຕ້ຫວັນປະເພດຂົ້ວ/ຜັດ

ລູກຊີ້້ນເຕົາຮູ້ 3ລົດ

(1 ໂຫວດ) • ໂດຍ A table c´est Chiou

2 ຄົນ · ງ່າຍ · 20 ນາທີ · ຖືກ

ສະບາຍດີ ທຸກຄົນ,

ມື້້ນີ້ ຂໍນຳສະເໜີ ລູກຊີ້ນເຕົາຮູ້ 3ລົດ. ຕອນຍັງນ້ອຍ ຂ້ອຍຈື່ໄດ້ວ່າ ມັນເປັນ ອາຫານ ເຈ ສຸດໂປດ ຂອງແມ່ຂ້ອຍຈານໜຶ່ງ. ສັງເກດ ເຫັນບາງຄົນ ກິນເຈ ເລີຍຢາກເອົາ ວິທີເຮັດ ອາຫານເຈ ແຊບໆມາແບ່ງປັນ .

ແຕ່ສຳລັບຄົນ ທີ່ກິນຊີ້ນ ຖ້າຢາກລອງ ອາຫານຈານນີ້ກະໄດ້ຄືກັນເດີ. ເພາະວ່າລູກຊີ້ນເຕົາຮູ້ ມີເຫັດໃສ່ນຳ ບວກກັບ ນ້ຳຊ໊ອສ 3 ລົດ ເຮັດໃຫ້ ບໍ່ອາດຫ້າມໃຈໄດ້ທີ່ຈະລອງ!

ສຳລັບ ຊ໊ອສ 3ລົດນັ້ນ ເປັນທີ່ຄຸ້ນເຄີຍກັນດີ ໃນ ອາຊີ. 3 ລົດ ແມ່ນ: 1 ຈາກສະອິ້ວ, 1 ຈາກ ເຫລົ້າສຳລັບ ປຸງອາຫານ, 1 ຈາກ ນ້ຳມັນງາດຳ, ແລະ ໃສ່ ບົວລະພາ ຕອນທ້າຍ.

ປລ: ຈື່ໄວ້ວ່າ ຫ້າມໃສ່ ນ້ຳມັນຕອນ ຂົ້ວເຫັດ ເພາະ ມັນ ຊິເສຍລົດຊາດ!

ວິດິໂອ

ເຄື່ອງປຸງ

ເຄື່ອງປະກອອບນ້ຳຊ໊ອສ

ວິທີເຮັດ

1. ເອົາຜ້າຂາວສະອາດມາ. ເອົາເຕົາຮູ້ໃສ່ ແລ້ວບີບເອົານ້ຳ ອອກຈາກເຕົາຮູ້ໃຫ້ມົດ.

2. ຈາກນັ້ນ ຊອຍ ໝາກເຜັດເປັນຕ່ອນລູກເຕົາ ແລະ ສັບກາລົດເປັນຕ່ອນມຸ່ນໆ

3. ຈີກເຫັດ ເປັນຕ່ອນນ້ອຍ.

4. ຄ້າງໝໍ້ກະທະໃຫ້ຮ້ອນ ແລ້ວໃສ່ເຫັດລົງ ໄປຂົ້ວບໍ່ໃສ່ນ້ຳມັນ. ຫລັງຈາກເຮັດ ອອກສີເຫລືອງ ໃຫ້ໃສ່ ກາລົດສັບລົງໄປຂົ້ວປົນກັນ.

5. ຂົ້ວປະມານ 3 ນາທີ ແລ້ວ ຖອກລົງ ໃສ່ ຊາມເຕົາຮູ້ ທີ່ປັ້ນນ້ຳອອກແລ້ວນັ້ນ. ໃສ່ ແປ້ງ ປະມານ 1 ບ່ວງແກງ. ແລ້ວຄົນ ໃຫ້ ເຂົ້າກັນ ຈາກນັ້ນ ປັ້ນເປັນກ້ອນນ້ອຍ.

6. ຄ້າງໝໍ້ ກະທະໃຫ້ຮ້ອນ ໃສ່ນ້ຳມັນງາ ແລະ ຂົ້ວລູກຊີ້ນ. ໃສ່ ຂີງ ແລະ ກະທຽມຂົ້ວນຳກັນໃຫ້ຫອມ.

7. ຈາກນັ້ນ ໃສ່ ໝາກເຜັດໃຫຍ່ຊອຍ , ໃສ່ ສະອິ້ວ, ໃສ່ເຫລົ້າ ປຸງອາຫານ , ແລະ ນ້ຳ. ຕົ້ມປະໄວ້ ປະມານ 3 ນາທີ. ຢ່າລືມ ປຸງ ເກືອ ແລະ ນ້ຳຕານ ໃສ່ພ້ອມ.

8. ສຸດທ້າຍ ເອົາ ແປ້ງ ທີ່ຍັງເຫລືອ ຄົນໃສ່ນ້ຳເຢັນກ່ອນ ແລ້ວ ຖອກໃສ່ໝໍ້ ເພື່ອໃຫ້ຊ໊ອສ ມັນຂຸ້ນຂຶ້ນ . ໃສ່ ຜັກບົວລະພາກ່ອນປິດໄຟ ແລ້ວ ປົງ.


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ