ໜ້າຫຼັກສູດອາຫານລາວເຄື່ອງດື່ມ

ຊາໄຂ່ມຸກ ລາວ

(0 ໂຫວດ) • ໂດຍ Saeng Douangdara

4 ຄົນ · ງ່າຍ · 15 ນາທີ · ຖືກ

ຊາໄຂ່ມຸກ ສະໄຕ ແບບ ລາວເຮົາ.

ເຄື່ອງປຸງ

ໄຂ່ມຸກ

ນ້ຳຕານເຊື່ອມ

ສ່ວນປະສົມ ອື່ນໆ

ວິທີເຮັດ

1. ຂ້ຽວ ນ້ຳຕານ ໃຫ້ເປື່ອຍ. (ໃຊ້ເວລາ ປະມານ 5 ນາທີ ໃຊ້ໄຟ ອ່ອນ). ແລ້ວ ຕື່ມນ້ຳ ໃສ່ໃຫ້ນ້ຳຕານ ລະລາຍ. ປະໄວ້ ເປັນນ້ຳເຊື່ອມ.

2. ຄ້າງໝໍ້ ຕ່າງຫາກ, ຕົ້ມນ້ຳໃຫ້ຮ້ອນ. ຢອດ ກິ່ນ ໃບເຕີຍ 2 ຢົດ ໃສ່ ຖ້ວຍຕວງ ແລ້ວ ຖອກນ້ຳຮ້ອນ ລົງໃສ່ ຖ້ວຍຕວງ ນັ້ນໃຫ້ໄດ້ 1/3 ຄັບ. ແລ້ວ ເທລົງ ຊາມແປ້ງທີ່ກຽມໄວ້. ເອົາບ່ວງ ຄົນກ່ອນ ພໍມັນເຢັນຈຶ່ງ ໃຊ້ມືນວດ.

3. ຈາກນັ້ນ ລີດ ແປ້ງ ໃຫ້ເປັນແຜ່ນ ແປ. ໃຊ້ມີດຊອຍ ຄື ເຂົ້າປຽກເສັ້ນໃຫຍ່. ແລ້ວ ຕັດອີກ ເປັນກ້ອນນ້ອຍໆ 4 ຫລ່ຽມ. ຈາກນັ້ນ ຈັບແຕ່ລະກ້ອນ ມາລິ້ງ ເປັນກ້ອນມົນ ຄືໄຂ່ມຸກ.

4. ນຳແປ້ງ ໄຂ່ມຸກ ໄປຕົ້ມ ໃນນ້ຳ ປະມານ 5 ນາທີ. ຖອກນ້ຳ ອອກ ແລ້ວ ລ້າງ ນ້ຳເຢັນຜ່ານ.

5. ກຽມ ຈອກມາ, ຕັກໄຂ່ມຸກ ໃສ່, ຕາມດ້ວຍ ກະທິ ອຸ່ນໆ , ໃສ່ ນ້ຳຕານເຊື່ອມ , ສາລີຕົ້ມສຸກ, ແລະ ນ້ຳກ້ອນ, ຄົນໃຫ້ເຂົ້້າກັນ. ພ້ອມເສີບ ດື່ມໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ