ໜ້າຫຼັກສູດອາຫານລາວປະເພດ ອົບ/ເອາະ/ຕຸ໋ນ

ອົບໜໍ່ລັນ

(1 ໂຫວດ) • ໂດຍ ເຈ້ນ່ອງ ພາເພີນ

4 ຄົນ · ປານກາງ · 35 ນາທີ · ຖືກ

ເມນູ ອົບໜໍ່ລັນ ນີ້​ເປັນອາຫານ ທາງເໜືອ ຂອງລາວ ເນື່ອງຈາກວ່າ ໜໍ່ລັນ ແມ່ນເກີດຂຶ້້ນ ຢູ່ ທາງພາກເໜືອ. ແຕ່ ຖ້າຫາກບໍ່ມີ ໜໍ່ລັນ ໃຫ້ ເອົາໜໍ່ ຢ່າງ ອື່ນແທນ ກໍ່ໄດ້.

ເຄື່ອງປຸງ

ວິທີເຮັດ

1. ປອກໜໍ່ ແລ້ວ ຕົ້້ມໜໍ່ ໃຫ້ຈືດ ປະມານ 30 ນາທີ ( ຖ້າໃຊ້ ໜໍ່ອື່ນ ອາດຈະ ໄດ້ປ່ຽນ ຫລາຍນ້ຳ ແລະ ຕົ້້ມດົນກວ່າ). ເອົາ ອອກມາ ນ໊ອກນ້ຳເຢັນ ແລ້ວ ຕັກອອກ ປະໄວ້

2. ຕຳເຄື່ອງ ເຊັ່ນ: ໝາກເຜັດ, ກະທຽມ, ຫົວບົ່ວແດງ, ຫົວສີໄຄ, ຂີງ, ໃສ່ ເກືອ ແລະ ແປ້ງນົວ ໃຫ້ເຂົ້້າກັນ

3. ຕັ້ງກະທະ ໃສ່ນຳມັນ, ຜັດ ເຄື່ອງຕຳ ໃຫ້ຫອມ ແລ້ວ ເອົາໜໍ່ ແລະ ເຫັດ ລົງໄປ, ໃສ່ ປາແດກ, ນ້ຳປາ, ສະອິ້ວຂາວ, ນ້ຳຕານ, ແລະ ນ້ຳມັນຫອຍລົງໄປ. ຄົນໃຫ້ເຂົ້າກັນ. (ສັງເກດ ຖ້ານ້ຳແຫ້ງ ໂພດໃຫ້ຕື່ມນ້ຳ ເຄິ່ງຖ້ວຍນ້ອຍ ເພາະ ຢ້ານມັນໄໝ້ໝໍ້ ແຕ່ ຫລາຍແລ້ວບໍ່ຕ້ອງໃສ່).

4. ອ່ອນໄຟລົງ, ປົກຝາໝໍ້ ອົບໄວ້ ປະມານ 10 ນາທີ (ໝັ່ນສັງເກດນ້ຳນຳ ຖ້າມັນແຫ້ງຫລາຍໃຫ້ຕື່ມ ໜ້ອຍໜຶ່ງກໍ່ໄດ້).

5. ພໍນ້ຳແຫ້ງ ຊີມ ລົດຊາດ ພໍດີ. ສຸດທ້າຍ ເອົາ ຜັກບົ່ວ, ຫອມປ້ອມ, ແລະ ຫອມເປ ລົງ ຄົນໆ ແລ້ວ ປິດໄຟ. ພ້ອມເສີບ ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ