ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ຜັດເຜັດຕີນໄກ່ ສະບັບຂ້າງທາງ

(0 ໂຫວດ) • ໂດຍ Kimmi Kim

2 ຄົນ · ປານກາງ · 25 ນາທີ · ຖືກ

ຜັດເຜັດຕີນໄກ່ ແມ່ນ ອາຫານ ກັບແກ້ມ ຊັ້ນເລີດ ສຳລັບ ວົງ ສັງສັນ ຫລັງເລີກວຽກ. ຄວາມເຂັ້ມຂຸ້ນ ແລະ ເຜັດ ຂອງ ຊ໊ອສ ທີ່ຊຶມ ເຂົ້າໄປ ໃນຕີນໄກ່ ທີ່ເດັ້ງດຶງ ແລະ ກອ໊ບນັ້້ນ ມັນຊ່າງ ແຊບເກີນຄຳ ບັນຍາຍ. ແນະນຳໃຫ້ ສັ່ງ ເບຍເຢັນໆ ມາ ກິນນຳ ດ່ວນເລີຍ!

ເຄື່ອງປຸງ

ວິທີເຮັດ

1. ຕົ້້ມຕີນໄກ່ ປະມານ 20 ນາທີ ແລ້ວຕັກ ອອກ ໄປລ້າງ ໃນນ້ຳເຢັນປະໄວ້

2. ຕຳກະທຽມ, ໝາກເຜັດ ດິບ, ເຜັດແຫ້ງ, ເກືອ, ແປ້ງນົວ, ນ້ຳຕານ

3. ຄ້າງໝໍ້ ໃສ່ນ້ຳມັນ ພືດ ແລ້ວ ເອົາ ເຄື່ອງທີ ຕຳແລ້ວ ລົງຂົ້້ວໃຫ້ຫອມ ,ຕາມດ້ວຍ ພິກແກງແດງ ລົງໄປ. ຂົ້້ວໃຫ້ ຫອມ

4. ເອົາຕີນ ໄກ່ລົງ ຜັດເຂົ້້າ ກັນ. ປຸງລົດ ດ້ວຍ ນ້ຳປາ, ນ້ຳມັນຫອຍ, ສະອິ້ວຂາວ, ແລະ ເຕົ້້າຈ້ຽວເຜັດ (ຊ້ອສໝາກເຜັດ ຖົ່ວເນົ່າຈີນ). ຜັດ ເຂົ້້າ ກັນ (ຕື່ມນ້ຳໄດ້ ຖ້າມັນແຫ້ງເກີນໄປ) ແລະ ຊີມລົດຊາດໃຫ້ພໍດີ.

5. ໃສ່ ຜັກບົວລະພາ ແລ້ວ ຕັກເສີບ. ແກ້ມເບຍ. ແຊບ !

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ