ໜ້າຫຼັກສູດອາຫານລາວປະເພດຫນື້ງ

ໝົກກົບ

(1 ໂຫວດ) • ໂດຍ ທີມແຊບ yoosai.la

4 ຄົນ · ປານກາງ · 60 ນາທີ · ຖືກ

ໝົກກົບ ແມ່ນ ອາຫານ ພື້ນບ້ານ , ເປັນ ອາຫານທ້ອງຖິ່ນ ຕາມ ທ້ອງໄຮ່ ທ້ອງນາ ທີ່ຫລາຍຄົນມັກ. ລົດຊາດ ອອກແນວ ບ້ານນາ, ເວລາ ໝົກມີກິ່ນ ຫອມໆ ເຕະດັງ, ແກະອອກມາ ກິນກັບເຂົ້າໜຽວ, ຟັງສຽງ ຝົນໄປນຳ ເຂົ້າກັນສຸດໆ.

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຕຳ ຫົວສີໄຄ, ຫອມບົ່ວແດງ, ໝາກເຜັດ, ຫົວຂ່າ , ເກືອ ໃຫ້ແຫລກດີ

2. ນຳເຄື່ອງຕຳ ໄປຖອກໃສ່ ຊາມກົບ ແລ້ວ ໃສ່ໃບຂີ້ຫູດ, ຜັກຂະແຍງຊອຍ, ຫອມບົ່ວໃບ ຊອຍ, ປຸງລົດ ດ້ວຍນ້ຳປາ. ແລ້ວຄົນ ໃຫ້ເຂົ້າກັນ. ໝັກໄວ້ 30 ນາທີ.

3. ຕາກ ໃບຕອງໃຫ້ ອ່ອນ ແລ້ວນຳ ມາຫໍ່ ກົບທີ່ໝັກໄວ້ນັ້ນ. ເຮັດໝົກ ນ້ອຍ ໄດ້ ປະມານ 3 ໝົກ. ຢ່າລືມ ຍັດ ຫົວສີໄຄ ທຸບ ໃສ່ ແຕ່ລະ ຫໍ່ໝົກນຳ ເພື່ອໃຫ້ ສຸກໄວ ແລະ ເພີ່ມກິ່ນຫອມ.

4. ເອົາໄປໜຶ້ງ ປະມານ 30 ນາທີ. ກຽມ ແກະ ຫໍ່ໝົກ ພ້ອມ ແຊບໄດ້ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ