ໜ້າຫຼັກສູດອາຫານລາວປະເພດຈືນ

ທອດໝູ ຈ້ຳແຈ່ວສົ້ມ

(0 ໂຫວດ) • ໂດຍ ທີມແຊບ yoosai.la

2 ຄົນ · ປານກາງ · 35 ນາທີ · ຖືກ

ມາແລ້ວ ມາແລ້ວ ທອດໝູ! ໝູທອດ. ເສີບ ກັນແຈ່ວສົ້ມໆ ຈັ່ງແມ່ນເຂົ້າກັນ ເຂົ້າກັນດີ. ຈະເປັນ ຂອງແກ້ມ ກະດີ ຫລື ຈະກິນ ກັບເຂົ້້າ ກະແຊບ.

ວິດິໂອ

ເຄື່ອງປຸງ

ສ່ວນປະສົມ ຫມັກໝູ

ສ່ວນປະກອບ ສຳລັບທອດ

ສ່ວນປະສົມແຈ່ວ

ວິທີເຮັດ

1. ເອົາ ເກືອ 1 ບ່ວງແກງ ໃສ່ ຊີ້ນໝູ ໃນຊາມ, ຄັ້ນ ແລະ ລ້າງ ອອກດ້ວຍນ້ຳ ໃຫ້ ສະອາດ ແລະ ຊັບນ້ຳ ອອກໃຫ້ ແຫ້ງ.

2. ປຸງເຄື່ອງ ທັງໝົດໃສ່ ໝູ ແລ້ວຄົນ ໃຫ້ເຂົ້າກັນ. ຈາກນັ້ນ ໝັກ ປະໄວ້ ຕູ້ເຢັນປະມານ 30 ນາທີ.

3. ກຽມເຄື່ອງ ເຮັດແຈ່ວ: ໃສ່ ໝາກເຜັດ, ກະທຽມ, ຮາກຫອມປ້ອມ,ເກືອ, ແລະ ນ້ຳຕານ ລົງຄົກ ແລ້ວ ຕຳ ໃຫ້ແຫລກ.

ຕັກອອກມາໃສ່ ຖ້ວຍ ແລ້ວ ບີບໝາກນາວໃສ່, ຕາມດ້ວຍ ນ້ຳປາ ແລະ ນ້ຳ. ຄົນໃຫ້ເຂົ້າກັນ. ໂຮຍ ຫອມປ້ອມໃສ່ ແລ້ວ ປະໄວ້.

4. ຄ້າງໝໍ້ ໃສ່ນ້ຳມັນ ໃຫ້ຮ້ອນ, ເອົາກະທຽມ ລົງທອດ ໃຫ້ເຫລືອງ ແລ້ວ ຕັກອອກ ປະໄວ້ຖ້ວຍ.

5. ເອົາຊີ້ນ ໝຼລົງ ທອດ ໃຫ້ສຸກ ປະມານ 25 ນາທີ. ໃຫ້ ປີ້ນທາງ ເພື່ອ ໝູຈະໄດ້ສຸກ ທຸກດ້ານ.

6. ຕັກຊີ້ນໝູ ໃສ່ ຈານ , ໂຮຍກະທຽມ ທີ່ທອດນັ້ນໃສ່. ແລະ ເສີບ ແຈ່ວຂ້າງໆ. ພ້ອມ ແຊບ ໄດ້ເລີຍ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ