ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ແໜມເຂົ້າ

(1 ໂຫວດ) • ໂດຍ Kimmi Kim

6 ຄົນ · ປານກາງ · 60 ນາທີ · ປານກາງ

ແໜມເຂົ້າ ເມນູຕຳນານ ອີກເມນູໜຶ່ງ. ເບິ່ງຄື ຊິເຮັດຍາກ ແຕ່ທີ່ຈິງບໍ່ໄດ້ຍາກເລີຍ. ໄດ້ເຄັດລັບ ຄວາມແຊບ ແລະ ຂັ້ນຕອນງ່າຍໆ ຈາກເອື້ອຍຮັກ ເລີຍເອົາມາແຊ ເບິ່ງຕາມນີ້ເລີຍ:

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1: ຄົນເຂົ້າຈ້າວກັບຫມາກພ້າວຂຼດ, ເກືອ, ແປ້ງນົວ, ນ້ຳຕານ, ຄະນໍ, ເຜັດຜົງ ແລະໄຂ່ໄກ່ໃຫ້ເຂົ້າກັນດີ. ຊີມລົດໃຫ້ພໍດີ

ແລ້ວປັ້ນເປັນກ້ອນປະມານສ່ຳກຳປັ້ນ.

ຂັ້ນຕອນ 2: ນຳກ້ອນແຫນມ ໄປທອດໃນນ້ຳມັນຮ້ອນປານກາງ ຈົນສຸກເຫລືອງ ແລ້ວ ອອກປະໄວ້ໃນຊາມ ໃຫ້ເຢັນແລ້ວບີບໃຫ້ມຸ່ນ.

ຂັ້ນຕອນ 3: ເອົາສົ້ມຫມູ, ຖົ່ວດິນ, ຫອມບົ່ວ, ຫອມປ້ອມ, ຫອມເປ ທີ່ຊອຍ ຄົນໃສ່.

ຂັ້ນຕອນ 4: ເຮັດແຈ່ວ: ແມ່ນຂ້ຽວນ້ຳຕານໃຫ້ເຫລືອງຫອມແລ້ວຕື່ມນ້ຳໃສ4ບ່ວງແກງ. ເອົາຫມາກຂາມປຽກລົງ ຕາມດ້ວຍເກືອ, ນ້ຳປາ ຕົ້ມຈົນນ້ຳຕານລະລາຍ ແລະຫມາກຂາມອອກສົ້ມ ແລະປົງລົງ ຕອງເອົາເຫຍື່ອຫມາກຂາມອອກຖ້າມີ.

ບົດຫມາກເຜັດສຸກ ແລະ ກະທຽມໃສ່ຕອນນ້ຳຮ້ອນ. ຊີມລົດຊາດຕາມໃຈມັກ.

ຂັ້ນຕອນ 5: ຈັດແຫນມແລະ ຜັກພັນໃສ່ຈານ ເສີບພ້ອມກັບແຈ່ວ ແລະ ເຜັດແຫ້ງ. ແຊບ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ