ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ແກງຫນໍ່ຊອດ

(1 ໂຫວດ) • ໂດຍ ສາວບີ່ ເມືອງເຟືອງ

4 ຄົນ · ປານກາງ · 2 ຊົ່ວໂມງ · ຖືກ

ແກງໜໍ່ ໄມ້ ຊອດ, ແກງ ແບບບ້ານນອກ ກິນຢູ່ໄຮ່ ຢູ່ສວນ ແຊບແທ້ໆ ພີ່ນ້ອງເອີຍ.

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ປອກໜໍ່ໄມ້, ເອົາ ແຕ່ ອັນອ່ອນ ແລ້ວ ນຳໄປລ້າງນ້ຳໃຫ້ ສະອາດ.

2. ນຳໄປຕົ້ມ ໃຫ້ຈືດ ປະມານ 1 ຊົ່ວໂມງ ປ່ຽນ ນ້ຳ 2 ເທື່ອ

3. ຄ້າງໝໍ້ແກງ ໂດຍ ໃສ່ນ້ຳ ຢານາງ ແລະ ໜໍ່ ລົງໄປ

4. ຕຳເຂົ້າເບືອ ໃຫ້ແຫລກ, ພໍໝໍ້ຟົດ ໃສ່ ເຂົ້າເບືອລົງໄປ

5. ຕາມດ້ວຍ ໝາກບວບ, ເຫັດລວມ, ໝາກເຜັດດິບຈີ່, ໝາກອຶ, ໝາກແຄ້ງຟ້າ. ປຸງເຄື່ອງດ້ວຍ ປາແດກ, ເກືອ, ແລະ ແປ້ງນົວ(ຕາມໃຈມັກ)

6. ຕົ້ມ ປະມານ 30 ນາທີ ຈົນ ໝາກອຶ ແລະ ເຫັດສຸກ. ໃສ່ ຜັກຂະແຍງ. ແລ້ວ ຕັກເສີບ ຮ້ອນໆ ເລີຍ. ແຊບ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ