ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຍຳຮ໋ອດດອ໋ກ

(0 ໂຫວດ) • ໂດຍ ທີມແຊບ yoosai.la

2 ຄົນ · ງ່າຍ · 15 ນາທີ · ຖືກ

ກິນຈືນ, ກິນປີ້ງ ຮ໋ອດດອ໋ກ ມາຫລາຍລະ, ກະໜ້າເບື່ອເນາະ. ສະນັ້ນ ມື້ນີ້້ ເອົາມາຍຳ ແບບຮ້ານດັງ ເບິ່ງເນາະ. ຮັບຮອງວ່າ ແຊບແນ່ນອນ :)

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຄ້າງໝໍ້ ໃຫ້ຟົດ ລວກ ຮ໋ອດດອກ ປະມານ 3 ນາທີ ແລ້ວຕັກອອກ ປະໄວ້ໃຫ້ເຢັນ.

2. ກຽມຊາມ ເຮັດນ້ຳຍຳ: ໃສ່ ນ້ຳຕານ, ແປ້ງນົວ, ນ້ຳປາ, ປາແດກ ຄົນໃຫ້ ນ້ຳຕານແຕກ

3. ໃສ່ຫມາກເຜັດ ດິບ, ເຜັດແຫ້ງ, ບີບໝາກນາວລົງ (ໃສ່ທັງປ່ຽງ ບໍ່ບີບພ້ອມ), ແລະ ໝາກເລັ່ນ ລົງໄປ. ຄົນໃຫ້ເຂົ້າກັນ.

4. ໃສ່ ຮ໋ອດດອ໋ກ, ຄົນເຂົ້າກັນ ແລະ ຊີມລົດຊາດ ໃຫ້ ພໍດີ. ສຸດທ້າຍ ໃສ່ ຫອມເປ ແລະ ຫອມບົ່ວແດງຊອຍ ລົງໄປ. ເປັນ ອັນວ່າ ຈົບພິທີ. ແຊບໄດ້ :)


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ