ໜ້າຫຼັກສູດອາຫານລາວດອງ/ໝັກ

ສົ້ມໝູ

(1 ໂຫວດ) • ໂດຍ Kimmi Kim

10 ອັນ · ຍາກ · 70 ນາທີ · ປານກາງ

ສົ້ມໝູ ເປັນເມນູ ທີ່ວ່າ ເຮັດງ່າຍ ກະງ່າຍ, ວ່າ ເຮັດ ຍາກກະຍາກ. ເຄັດລັບ ທີ່ສຳຄັນ ແມ່ນ ຕ້ອງ ປຸງ ເກືອ ແລະ ແປ້ງນົວ, ໃຫ້ ພໍດີ ແລະ ຄັ້ນໃຫ້ໄດ້. ກະຖືວ່າເປັນສົ້ມ. ແຕ່ ຂອງແບບນີ້ ມັນຕ້ອງ ພິສູດ ລອງເອງ ຈຶ່ງຈະຮູ້. ໄປລອງເຮັດ ນຳກັນເບິ່ງເນາະ :)

ເຄື່ອງປຸງ

ວິທີເຮັດ

1. ຕົ້ມໜັງໝູ ໃຫ້ສຸກອ່ອນ ພໍດີ ປະມານ 10 ນາທີ( ຫ້າມໃຫ້ເລະ),​ເອົາ ອອກມາ​ລ້າງນ້ຳ ໃຫ້ເຢັນ,​ ແລ້ວຊອຍແລບໆ.​ ເອົາ ເກືອ ໃສ່ ປະມານ 1 ບ່ວງແກງ ແລ້ວໄປລ້າງນ້ຳ ເມືອກອອກ,ປະໃຫ້ແຫ້ງ.​

2. ຟັກຊີ້ນໝູ ໃຫ້ມຸ່ນ

3. ຕຳກະທຽມ ໃຫ້ແຫລກ.

4. ລ້າງເຂົ້າຫນຽວ ເອົາເມືອກອອກ ແລ້ວປະໄວ້ ໃຫ້​ແຫ້ງ ສະເດັດນ້ຳ

5. ເອົາຊາມ ໃຫຍ່ມາ​ກຽມ ຄັ້ນ: ໃສ່​ຫມູ, ໃສ່​ຫນັງ, ກະທຽມ, ໃສ່ເກືອ, ແປ້ງນົວ, ແລະ​ນ້ຳຕານ ຊາຍແດງ.​

ຈາກນັ້ນ ຄັ້ນໃຫ້ເຂົ້າກັນດີ. ​ຄັ້ນປະມານ 30 ນາທີ ຕໍ່ເນື່ອງ, ​ແລະ​ໃຊ້ ຝາມື ນວດແຮງ ໃຫ້​ເຄື່ອງປຸງ ​ຊຶມເຂົ້າ ທຸກອະນູ ​ຂອງຊີ້ນ ແລະ ຫນັງໝູ. ​ຖ້າບໍ່ດັ່ງນັ້ນ ມັນອາດ ຊິເນົ່າໄດ້. ສັງເກດ ຫລັງຈາກ 30 ນາທີ. ນວດ ຈົນບໍ່ໃຫ້ ມັນ ຕິດ ຊາມ ຫລື ຕິດມື ຖືວ່າໄດ້​

6. ເອົາ​ເຂົ້າຫນຽວ ໃສ່​ ແລະ ສືບຕໍ່ ຄັ້ນ​ອີກ ​ປະມານ10ນາທີ.​

7. ປັ້ນ ເປັນກ້ອນ​ ແຫນ້ນໆ ​ບໍ່ໃຫ້ ​ອາກາດເຂົ້າໄປ. ​ແລ້ວກຽມຫໍ່.​

8. ເວລາ ຫໍ່​ ໃຫ້ໃສ່ ໝາກເຜັດ ນຳກໍ່ໄດ້, ​ຕອນຫໍ່ ໃຫ້ບີບ ໃຫ້ແໜ້ນ ຄືກັນ.​ພະຍາຍາມ ບໍ່ໃຫ້ ລົມເຂົ້າໄປ ໃນໃບຕອງ.​

9. ​ປະໄວ້ໃນເຮືອນ ​1-2 ມື້​ ຈະໄດ້ ສົ້ມໝູ.​ ແລ້ວແຕ່​ ອາກາດ​ ຂອງ ແຕ່ລະພາກ. ຖ້າເຂດ ໜາວ ອາດຈະ ປະໄວ້ 3 ຫາ 4 ມື້ ຈຶ່ງ ເປັນສົ້ມ.​

10. ​ແກະສົ້ມ ອອກ ມາຈືນ​ ໃສ່ນ້ຳມັນ ຫລື​ ໄປປີ້ງ ກິນ ​ກໍ່ແຊບ :). ຢ່າລືມ! ​ກິນ​ກັບ ໝາກເຜັດດິບ​ ແລະ ກະທຽມ ເພີ່ມຄວາມແຊບ.​

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ