ໜ້າຫຼັກສູດອາຫານອາຫານຫວຽດນາມພັນ

ວິທີເຮັດ ຢໍ່ຂາວ ສູດຫວຽດແທ້

(1 ໂຫວດ) • ໂດຍ Chubby Whale

1 ຈານ · ຍາກ · 60 ນາທີ · ປານກາງ

ໃນນາມເປັນຄົນຫວຽດ, ແຈ່ວ 3 ຢ່າງນີ້ ແມ່ນຕ້ອງ ໄດ້ເຮັດ ເປັນປະຈຳ ເວລາ ເຮັດພັນຢໍ່ຂາວ ກິນຢູ່ເຮືອນ. ຂ້ອຍພ້ອມ ຈະບອກ ວິທີ ພັນຢໍ່ນຳ ເພື່ອເຈົ້າ ຈະໄດ້ ໄປ ເຮັດສູ່ ໝູ່ ຫລື ຄອບຄົວກິນ.

ສູດຈາກ IG Chubby Whale, YT Chubby Whale

ວິດິໂອ

ເຄື່ອງປຸງ

ສ່ວນປະສົມ ຂອງຢໍ່ຂາວ

ສ່ວນປະສົມແຈ່ວ ຮ໋ອຍຊິນ ແລະ ຖົ່ວດິນ

ສ່ວນປະສົມ ແຈ່ວ ສົ້ມຫວານ

ສ່ວນປະສົມ ແຈ່ວເຕົ້າຈ້ຽວ

ວິທີເຮັດ

ສິ່ງທີ່ຄວນຮູ້:

- ຜັກສະຫລັດ ຊະນິດນີ້ ເປັນທີ່ນິຍົມ ເອົາມາໃຊ້ ພັນໃນ ຫວຽດນາມ, ເພາະ ມັນໃຫ້ ລົດຊາດ ແລະ ຜິວສຳຜັດ ທີ່ພໍດີເປະ. ບາງຄົນ ອາດຈະໃສ່: ກາລົດຂູດ, ໄຂ່ຈືນ, ໃບແມງແຄງ( ຫອມເຮືອດ), ຜັກຄາວທອງ, ຫລື ຈະໃສ່ ໝາກ ຊົມພູ່ດິບ, ຫລື ໝາກມ່ວງດິບ ເພີ່ມຄວາມສົ້ມ. ແລະ ອື່ນໆ

- ເຈົ້າສາມາດໃຊ້ ໝູ 3 ຊັ້ນ, ຫລື ຊີ້ນສ່ວນ ທີ່ຕິດມັນ ກະໄດ້. ເທື່ອນີ້ ຂ້ອຍ ໄປຕະຫລາດ ສວາຍ ເລີຍໄດ້ ແຕ່ ຊີ້ນ ສັນໃນມາ ;)

- ສຳລັບ ແຜ່ນຢໍ່ ຖ້າ ເລືອກ ໂຕທີ່ ມີສ່ວນປະກອບ ແປ້ງ ສິງກະໂປ ຫລາຍກ່ອນ ມັນຈະໜຽວດີ. ສຳລັບມືໃໝ່ ແມ່ນ ຫໍ່ງ່າຍ, ແຕ່ວ່າ ເວລາກິນ ມັນຈະໜຽວ ໜ້ອຍໜຶ່ງ. ສ່ວນ ແຜ່ນ ຊະນິດທີ່ ມີ ແປ້ງເຂົ້້າຈ້າວ ຫລາຍກວ່າ ແລະ ບາງກວ່ານັ້ນ ມັນ ຂ້ອນຂ້າງ ຫໍ່ຍາກ ແຕ່ ແຊບກວ່າ!

- ຢໍ່ ທີ່ຫໍ່ແໜ້ນ ມັນຈະແຊບ ແລະ ກິນ ໄດ້ງ່າຍກວ່າ ເພາະ ເຄື່ອງທາງໃນ ມັນຈະບໍ່ ຊະອອກ ເວລາກັັດ.

- ຊີ້ນໝູຊອຍ ແລະ ວັດຖຸດິບທີ່ ມີຄວາມຊຸ່ມ ຄວນຫໍ່ ໄວ້ ທາງໃນຜັກ, ລະວັງ ບໍ່ໃຫ້ ຕິດກັບ ແຜ່ນຢໍ່ ເພາະ ມັນຈະແຕກໄດ້.

- ນ້ຳປາ, ຊ໊ອສ ຮອຍຊິນ, ແລະ ເຕົ້າຈ້ຽວ ມີຫລາຍ ຍີ່ຫໍ້ ແລະ ຄວາມເຄັມ ແຕກຕ່າງ ກັນໄປ. ສະນັ້ນ ຊີມກ່ອນປຸງ.

- ຂ້ອຍ ໃຊ້ ເຕົ້າຈ້ຽວ ຍີ່ຫໍ້ ກາເດັກສົມບູນ. ບາງ ຍີ່ ຫໍ້ ໃສ່ສະອິ້ວນຳ ບໍ່ແນະນຳໃຫ້ໃຊ້ ແບບນັ້ນ.

- ໃນ 3 ແຈ່ວນີ້ ບໍ່ສະເພາະ ແຕ່ ສຳລັບ ຈ້ຳ ຢໍ່ຂາວ, ແຕ່ໃຊ້ ທົ່ວໄປ ກັບ ຂອງກິນ ຢ່າງອື່ນກໍ່ໄດ້.

1. ສ່ວນ ຢໍ່ຂາວ

- ຕົ້ມ ເຂົ້າປຸ້ນແຫ້ງ ໃຫ້ສຸກ ຕາມ ຄຳແນະນຳ ໃນຖົງ ເຂົ້າປຸ້ນນັ້ນ (ສຳລັບ ຜູ້ຢູູ່ ຕ່າງປະເທດ)

- ຕົ້ມຊີ້ນໝູ ໃນນ້ຳ 400 ມິນລີລິດ, ພໍສຸກ ໃຫ້ຕັກອອກ ໄປຈຸ່ມ ໃນນ້ຳ ເຢັນ ປະໄວ້.

- ລວກ ກຸ້ງ ທີ່ແກະ ເປືອກ ແລ້ວ ປະມານ 1 ນາທີ.

- ສ່ວນ ເປືອກ ແລະ ຫົວກຸ້ງ ທີ່ເຫລືອ ໃຫ້ຕົ້ມໄຟອ່ອນ 10 ນາທີ ເພື່ອ ເຮັດນ້ຳປຸງ (ສະຕ໋ອກ) ໃສ່ ແຈ່ວ.

- ຊອຍໝູບາງ, ແລະ ຜ່າກຸ້ງ ອອກເປັນ 2 ປ່ຽງ.

- ວາງ ແຜ່ນ ຢໍ່ລົງ ເອົາດ້ານລຽບ ຕິດລົງຈານ.

- ເອົາ ແພຈຸບນ້ຳ ມາທາໃສ່ ທົ່ວທັງ 2 ດ້ານ ຂອງແຜ່ນຢໍ່.

- ເອົາໃບສະຫລັດ ມາ ບີບໃຫ້ ກ້ານມັນແຕກ ແລ້ວ ວາງລົງ ແຜ່ນຢໍ່, ເນັ້ນໃຫ້ມັນແປ.

- ວາງຜັກລົງໃສ່ ແຜ່ນຢໍ່ ຈຸດທາງລຸ່ມ, ຈັດໃຫ້ ອອກຊົງ 4 ຫລ່ຽມ, ຈາກນັ້ນ ໃສ່ ຫອມ, ໝາກແຕງ, ຖົ່ວງອກ, ເຂົ້າປຸ້ນ ແລະ ໝູຊອຍ ຢອງເທິງ.

- ພັບມ້ວນ ຂຶ້ນເທິງ, ພັບ ດ້ານຂວາເຂົ້າ ແລ້ວ ວາງຜັກ ກຸ້ຍຊ່າຍລົງ, ຈາກນັ້ນ ພັບ ດ້ານຊ້າຍເຂົ້າ ເພື່ອປິດໄວ້

- ວາງກຸ້ງ ລົງແຜ່ນຢໍ່, ເນັ້ນ ລົງ ແລ້ວ ມ້ວນໃຫ້ແໜ້ນ.

- ເວລາຫໍ່ ແລ້ວ ໃຫ້ ຕັ້ງ ທາງມີ ຜັກ ກຸ້ຍຊ່າຍ ຂຶ້ນເທິງ ເພື່ອຄວາມງາມ.

2. ແຈ່ວ ຮ໋ອຍຊິນ ແລະ ຖົ່ວດິນ

- ຄ້າງໝໍ້ນ້ອຍ ຈືນ ກະທຽມ ແລະ ຫອມບົ່ວ ພໍເຫລືອງຫອມ.

- ໃສ່ ຊ໊ອສ ຮ໋ອຍຊິນ( ມີຂາຍສຳເລັດຮູບ) ນ້ຳ ສະຕ໋ອກ ແລະ ເນີຍຖົ່ວດິນ (ສຳເລັດຮູບ). ຄົນໃຫ້ ເຂົ້າກັນ ຈົນ ລະລາຍ.

- ໃສ່ ນ້ຳຕານ, ຊ໋ອດ ໝາກເຜັດ ສີລາຊາ ແລະ ນ້ຳສົ້ມ ສາຍຊູ. ຊີມ ແລະ ປຸງ ຕາມໃຈມັກ!

- ປະດັບແຈ່ວ ດ້ວຍ: ຫົວກາດຂາວດອງ ແລະ ກາລົດຂູດເສັ້ນ, ຖົ່ວດິນຕຳ, ໝາກເຜັດດິບ ສັບມຸ່ນ ແລະ ຫອມບົ່ວຈຽວ.

3. ແຈ່ວ ສົ້ມຫວານ

- ຖ້າ ເຮັດຕາມນີ້ ແມ່ນ ຈະໄດ້ ກະທຽມ ແລະ ໝາກເຜັດ ລອຍຂຶ້ນ ໜ້າງາມ.

- ໃສ່ກະທຽມ, ໝາກເຜັດ ແລະ ນ້ຳຕານ ໃນຖ້ວຍ, ຄົນເຂົ້າກັນ.

- ໃສ່ ໝາກນາວ ແລະ ນ້ຳ. ຄົນຈົນໃຫ້ ນ້ຳຕານລະລາຍ.

- ສຸດທ້າຍ ຈຶ່ງໃສ່ນ້ຳປາ.

- ປະດັບໜ້າ ດ້ວຍ ຫົວກາດຂາວດອງ ແລະ ກາລົດຂູດເສັ້ນ

4. ແຈ່ວ ເຕົ້າຈ້ຽວ

- ແຊ່ ຕັບ ໃສ່ນົມ ປະມານ 30 ນາທີ ເພື່ອດັບກິ່ນ ຄາວ, ຈາກນັ້ນ ລ້າງ ອອກໃຫ້ສະອາດ..

- ໃສ່ ຕະແກງ ເນັ້ນ ໃຫ້ ນ້ຳ ອອກ.

- ຄ້າງໝໍ້ ນ້ອຍ, ຈືນ ກະທຽມ ແລະ ຫອມບົ່ວແດງ ໃຫ້ຫອມ.

- ໃສ່ຕັບ,ຂົ້ວ ແລະ ຄົນ ຈົນສຸກ ແລ້ວ ຈຶ່ງໃສ່ ເຕົ້າຈ້ຽວ ຕາມດ້ວຍ ນ້ຳສະຕ໋ອກ.

- ພໍຟົດ, ເອົາ ໄປບົດ ຈົນມຸ່ນ ໃຫ້ ເນື້ອລະອຽດດີ.

- ເອົາ ຄືນໃສ່ໝໍ້ , ໃສ່ ນ້ຳຕານກ້ອນໃຫຍ່ , ເນີຍຖົ່ວ ແລະ ຄົນ ຈົນລະລາຍ ເຂົ້າກັນ.

- ໃສ່ ຊ໊ອສ ໝາກເຜັດ ສີລາຊາ ແລະ ນ້ຳສົ້ມ ສາຍຊູ.

- ປະດັບແຈ່ວ ດ້ວຍ: ຫົວກາດຂາວດອງ ແລະ ກາລົດຂູດເສັ້ນ, ຖົ່ວດິນຕຳ, ໝາກສັບມຸ່ນ ແລະ ຫອມບົ່ວຈຽວ.

ໂຊກດີ ເດີ, ລະມາ ບອກກັນແດ່ ວ່າມັກ ແຈ່ວໃດສຸດ? ສຳລັບຂ້ອຍ ມັກ ແຈ່ວ ເຕົ້າຈ້ຽວ ສຸດ!


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ