ໜ້າຫຼັກສູດອາຫານອາຫານຫວຽດນາມອົບ

ເມນູ ຫອຍງ່າຍໆ ຫອຍກາບທະເລ ອົບເກືອ

(0 ໂຫວດ) • ໂດຍ Chubby Whale

4 ຄົນ · ງ່າຍ · 65 ນາທີ · ປານກາງ

ກຳລັງຊອກຫາສູດ ຫອຍລາຍ ແບບງ່າຍໆ ຢູ່ບໍ່? ລອງສູດນີ້ເດີ ຫອຍລາຍ ອົບເກືອ ! ເຮັດງ່າຍໆ ວິທີ ແບບນີ້ ແມ່ນ ຮັກສາ ລົດຊາດ ຄວາມຫວານ ທຳມະຊາດ ຂອງຫອຍໄວ້.

ສູດຈາກ IG Chubby Whale, YT Chubby Whale

ວິດິໂອ

ເຄື່ອງປຸງ

ວິທີເຮັດ

ໝາຍເຫດ :

- ໃຫ້ເລືອກ ແຕ່ຫອຍສົດ ໃຫມ່.

- ວິທີເລືອກ: ໃຊ້ ຫອຍສອງໂຕ ຕຸບໃສ່ກັນ, ຖ້າເປັນສຽງ ເປົ່າໆໂຂ່ງໆ ແປວ່າ ບໍ່ສົດ. ຫລື ຈະບີບ ເປືອກຫອຍ ເຂົ້າ, ຖ້າມັນປິດ ບໍ່ແໜ້ນ ສະແດງວ່າ ບໍ່ສົດຄືກັນ.

- ສາມາດນຳໄປ ແຊ່ ໃສ່ ເກືອ ທະເລ ຫລື ບໍ່ໃສ່ກະໄດ້. ເກືອ ທະເລ ຈະຊ່ອຍໃຫ້ ຫອຍສະອາດຂຶ້ນ. ແຕ່ຢ່າໃສ່ເກືອ ຫລາຍເກີນໄປ ເພາະ ຈະເຮັດໃຫ້ເຄັມໂພດ ຕອນນຳໄປປຸງແຕ່ງ.

- ຖ້າມີເວລາ ຫລັງຈາກແຊ່ນ້ຳເກືອ ແລ້ວ ໃຫ້ ນຳໄປ ແຊ່ ນ້ຳເຢັນອີກ ເພື່ອ ໄລ່ຄວາມເຄັມອອກ ປະມານ 30 ນາທີ.

- ຖ້າ ບໍ່ມີ ຝາໝໍ້ ແບບແກ້ວ. ໃຫ້ຟັງສຽງ ເອົາ ເວລາ ເປືອກຫອຍ ເປີດ ຈະດັງ ຄລິກ . ຫລື ບໍ່ ກະຄ່ອຍ ເປີດ ຝາເບິ່ງ ຫລັງຈາກເອົາ ຫອຍລົງ 3 ນາທີ.

ຂັ້ນຕອນ:

- ໃຊ້ ໝໍ້ເລິກ ໃສ່ນ້ຳ 2 ລິດ.

- ໃສ່ ເກືອ ທະເລ 1 ບ່ວງແກງ ແລະ ຊອຍໝາກເຜັດໃສ່. ຄົນໃຫ້ເກືອລະລາຍ.

- ເອົາຫອຍລົງ ແຊ່ ຢ່າງນ້ອຍ 30 ນາທີ ຫາ 2 ຊົ່ວໂມງ.

- ຖອກນ້ຳອອກ ໝົດ ກ່ອນປຸງແຕ່ງ.

- ໃຊ້ ໝໍ້ຂາງ ຂະໜາດກາງ ຄ້າງໄຟ ກາງ ຫາແຮງ ແລ້ວ ເທເກືອລົງໄປ.

- ຄົນເກືອ ໃຫ້ ຮ້ອນສະເໝີກັນ.

- ແປງ ເກືອ ໃຫ້ເປັນໜ້າພຽງ ແລ້ວ ວາງຫອຍລົງ ທາງນອນ.

- ລະວັງ ຢ່າເນັ້ນລົງຫລາຍ ເພາະເກືອ ຈະເຂົ້້າໄປໃນຫອຍ ຕອນມັນສຸກ.

- ອັດຝາໝໍ້ ແລະ ຫ້າມເປີດ ຈົນກວ່າ ມັນສຸກ. ເວລາຫອຍ ອ້າກວ້າງ ສະແດງວ່າສຸກ.

- ວິທີຈັດຈານ: ໃຊ້ເກືອຈາກໝໍ້ຂາງ ວາງລົງຈານ ໃຫ້ງາມ ແລ້ວ ວາງຫອຍລົງ.

- ກິນກັບ ຊ໊ອສທີ່ມັກ ຫລື ພຽງແຕ່ບີບ ໝາກນາວໃສ່ກໍ່ແຊບແລ້ວ!


ເຄື່ອງມື ທີ່ໃຊ້ແຕ່ງເມນູນີ້

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ