ໜ້າຫຼັກສູດອາຫານອາຫານຫວຽດນາມພັນ

ພັນຢໍ່ຂາວ ແລະ ແຈ່ວຖົ່ວດິນ

(1 ໂຫວດ) • ໂດຍ Kimmi Kim

4 ຄົນ · ງ່າຍ · 40 ນາທີ · ປານກາງ

ໃຜຊິບໍ່ຮູ້ຈັກຢໍ່ຂາວເນາະ ເກີດມາກະເຫັນລະ! ແຕ່ໃຜລະຊິຢາກເຮັດກິນເອງລອງເບິ່ງ ເພາະວ່າ ຢູ່ໃສກະມີຂາຍ... ແຕ່ ທີ່ແຊບໆ ມັນກະບໍ່ມີຫລາຍເຈົ້າປານໃດດອກ. ມື້ນີ້ ເລີຍຢາກແຊສູດທີ່ເຮັດໄວ້ ຢາກຫຍັງກະເອົາມາພັນໃສ່ ແຊບ ຈຸໃຈ ແລະ ສະອາດນຳອີກ :)

ເຄື່ອງປຸງ

ວິທີເຮັດ

ຂັ້ນຕອນ 1: ກຽມເຄື່ອງພັນທຸກຢ່າງໃຫ້ພ້ອມຢູ່ເທິງໂຕະ ຫລື ບ່ອນ ພຽງ.

ຂັ້ນຕອນ 2: ກຽມຂຽງ ຫລື ຈານໃຫຍ່ ເພື່ອຮອງເວລາຫໍ່ ແລະ ເອົານ້ຳໃສ່ຊາມໄວ້ຂ້າງ.

ຂັ້ນຕອນ 3: ວິທີຫໍ່ແມ່ນເອົາແຜ່ນຢໍ່ ແຜ່ນຫນຶ່ງ ອອກມາແຊ່ນ້ຳໃຫ້ປຽກທົ່ວ ແລະ ເອົາວາງລົງຂຽງ. ປະໃຫ້ມັນອ່ອນ ແລ້ວຈຶ່ງເອົາ ຜັກທຸກຢ່າງທີ່ກຽມໄວ້ ລົງ, ຕາມດ້ວຍ ໄຂ່ ເຂົ້າປຸ້ນ ແລະ ກຸ້ງວາງຫ່າງໆ. ແລ້ວ ພັນໄປທາງຫນ້າ ແລ້ວ ພັບ ທັງສອງຂ້າງເຂົ້າ ແລ້ວ ລິ້ງໄປທາງຫນ້າອີກບາດຫນຶ່ງ. ເຮັດແບບນີ້ຈົນກວ່າຊິແລ້ວທຸກອັນ.

ເຄັດລັບ: ກ່ອນພັນ ຄວນໃຫ້ ແຜ່ນຢໍ່ ອ່ອນ ແລະ ຫນຽວກ່ອນ ມັນຈຶ່ງບໍ່ແຕກ.

* ເຮັດແຈ່ວ:

ຂັ້ນຕອນ 1: ລະລາຍນ້ຳຕານໃນນ້ຳຮ້ອນ ຫລື ເອົາເຂົ້າໄມໂຄເວັບ.

ຂັ້ນຕອນ 2: ຕື່ມເກືອ, ນ້ຳປາ, ກະທຽມບົດ ແລະ ຫມາກເຜັດຕອນນ້ຳຍັງຮ້ອນ ມັນຈຶ່ງຫອມ.

ຂັ້ນຕອນ 3: ປະໃຫ້ມັນເຢັນ ແລ້ວ ຕື່ມນ້ຳຫມາກນາວ ແລະ ຊີມລົດຊາດຕາມໃຈມັກ ແລະ ເອົາຖົ່ວດິນລົງ ພ້ອມເສີບ ກັບ ຢໍ່ສົດໆ. ແຊບ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ