ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ແກງເຫັດ 3 ສະຫາຍ

(0 ໂຫວດ) • ໂດຍ ທີມແຊບ yoosai.la

1 ຖ້ວຍ · ງ່າຍ · 40 ນາທີ · ຖືກ

ແກງເຫັດ 3 ສະຫາຍ ແມ່ນ ລວມເອົາເຫັດ 3 ຢ່າງ ມາຢູ່ນຳກັນ. ໃສ່ຊີ້ນໝູ ແດ່, ຜັກອີຕູ່ແດ່, ປາແດກ ຢອດໃສ່ແດ່. ມັນຊ່າງ ເຂົ້າກັນ ເຂົ້້າກັນ. ວ່າແລ້ວ ກະໄປ ແຕ່ງກິນເລີຍ.

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຄ້າງໝໍ້ ໃສ່ນ້ຳ ແລະ ເກືອ, ຕາມດ້ວຍຫົວສີໄຄ ແລະ ໝາກເຜັດ. ຕົ້ມໃຫ້ຟົດ.

2. ໃສ່ ດູກໝູ ຕົ້ມໃຫ້ ພໍສຸກ ປະມານ 15 ນາທີ ແລ້ວ ຈຶ່ງເອົາເຫັດລົງ.

3. ໃສ່ ນ້ຳຢານາງ, ປາແດກ, ແລະ ນ້ຳປາ. ແລ້ວ ຕົ້ມໃຫ້ຟົດ.

4. ໃສ່ ນ້ຳເຂົ້້າເບືອ, ຕົ້້ມອີກ ປະມານ 10 ນາທີ ຫລື ຈົນເຂົ້້າເບືອສຸກ.

5. ຊີມລົດຊາດໃຫ້ພໍດີ ແລ້ວ ໃສ່ ຜັກອີຕູ່, ຄົນໆ ແລ້ວ ປົງ. ກຽມແຊບໄດ້ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ