ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ຜັດຫອຍແຄງ

(1 ໂຫວດ) • ໂດຍ ທີມແຊບ yoosai.la

1 ຄົນ · ງ່າຍ · 15 ນາທີ · ປານກາງ

ຫອຍແຄງ ເປັນທີ່ນິຍົມໃນລາວ. ບ້ານເຮົາບໍ່ມີທະເລ ເລີຍໄດ້ ນຳເຂົ້າຈາກປະເທດ ເພື່ອນບ້ານ. ມື້ນີ້ ຊິເອົາມາຜັດ ກິນເຂົ້້າສວາຍ. ມາເດີ ມາເດີ :)

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຕົ້ມນ້ຳ ໃຫ້ຮ້ອນ, ລວກຫອຍແຄງ ປະມານ 1 ຫາ 2 ນາທີ. ແລ້ວນຳໄປແກະ ປະໄວ້

2. ຄ້າງໝໍ້ ກະທະ ແລ້ວໃສ່ ນ້ຳມັນ, ຂົ້ວກະທຽມ ໃຫ້ຫອມ ແລ້ວ ໃສ່ໝາກເຜັດຕຳລົງໄປ, ຈາກນັ້ນ ໃສ່ ພິກເຜົາ. ແລ້ວຂົ້ວໃຫ້ຫອມ.

3. ໃສ່ ຫອຍແຄງລົງໄປຂົ້ວ, ໃສ່ ນ້ຳມັນຫອຍ ຂົ້້ວໃຫ້ເຂົ້າກັນ. ໃສ່ນ້ຳ ບ່ວງ 1.

4. ສຸດທ້າຍ ໃສ່ ໃບຂີ້້ຫູດ ແລະ ບົວລະພາ. ຄົນຫນ້ອຍໜຶ່ງ ແລ້ວ ປິດໄຟ. ຕັກໃສ່ຈານ ເສີບ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ