ໜ້າຫຼັກສູດອາຫານໄຕ້ຫວັນປະເພດຫນື້ງ

ກ້ຽວໄຕ້ຫວັນ

(0 ໂຫວດ) • ໂດຍ A table c´est Chiou

100 ອັນ · ປານກາງ · 2 ຊົ່ວໂມງ · ປານກາງ

ມື້້ນີ້ ຂ້ອຍຢາກ ມາແນະນຳ ກ້ຽວສູດຈີນ. ສາມາດເຮັດແປ້ງ ແລະ ໄສ້ ໄດ້ເອງ ງ່າຍໆທີ່ບ້ານ. ປະຫວັດຄວາມ ເປັນມາກະຄື ສະໄຫມ ລາດສະວົງຖັງ ກ້ຽວໄດ້ເຮັດຂຶ້້ນ ເພື່ອ ລ້ຽງຄົນທຸກຍາກ. ຕໍ່ມາ ໄດ້ກາຍມາເປັນອາຫານ ປະຈຳວັນ ຂອງພວກເຮົາ. ການປຸງແຕ່ງ ກໍ່ມີ ທັງຕົ້ມ ຫລື ຈືນ. ແຕ່ສູດນີ້ຂ້ອຍເຮັດ ແມ່ນຕົ້ມເອົາ.

ປະລິມານນ້ຳ ທີ່ຕົ້ມ ຄວນເປັນ 55% ຂອງນ້ຳໜັກ ແປ້ງທີ່ໃຊ້ເຮັດ. ສະນັ້ນ ໃຫ້ ເພີ່ມຕາມອັດຕາສ່ວນນີ້.

🛑 ຖ້າ ຈະນຳໄປແຊ່ແຂງໄວ້ ແມ່ນບໍ່ຄວນກາຍ 6 ເດືອນ!

ວິດິໂອ

ເຄື່ອງປຸງ

ສ່ວນປະສົມໄສ້ກ້ຽວ

ສ່ວນປະສົມເຮັດແປ້ງກ້ຽວ

ວິທີເຮັດ

1. ເອົາແປ້ງໃສ່ຊາມ ຕາມດ້ວຍ ເກືອ, ຄົນໃຫ້ເຂົ້າກັນ ດີ ແລ້ວຈຶ່ງ ຄ່ອຍໆໃສ່ນ້ຳລົງ ໃຫ້ ພໍດີ.

2. ນວດແປ້ງກັບນ້ຳໃຫ້ ເປັນກ້ອນ ບໍ່ຕິດມື ຫລື ບໍ່ຕິດຊາມ ຖືວ່າໃຊ້ໄດ້. ແລ້ວພັກໄວ້ 30 ນາທີ. ຢ່າລືມ ປິດຊາມໄວ້ດ້ວຍ ຜ້າ ຫລື ແຜ່ນໃສຫຸ້ມອາຫານ.

3. ຕໍ່ມາກຽມໄສ້, ຟັກ ຂີງ ແລະ ກະທຽມມຸ່ນໆ ແລ້ວໃສ່ນຳຊີ້ນ. ຖອກນ້ຳລົງ ຊີ້ນເພື່ອໃຫ້ ມັນຊຸ່ມ. ແລ້ວຈິ່ງໃສ່ ສະອິ້ວ, ນ້ຳມັນງາດຳ,ເກືອ ແລະ ພິກໄທ. ຄົນໃຫ້ ເຂົ້າກັນດີ ແລະປະໄວ້.

4. ຊອຍ ຜັກບົ່ວໃບ ແລະ ກະລ່ຳປີ ໃຫ້ມຸ່ນໆ. ຄົນ ໃສ່ກັບຊີ້ນຫມູທີ່ປະສົມໄວ້. ແລ້ວ ປະໄວ້ຕູ້ເຢັນ.

5. ບາດນີ້ ກຽມເຮັດແຜ່ນກ້ຽວ: ຕັດ ແປ້ງ ອອກເປັນກ້ອນນ້ອຍໆ. ໂຮຍແປ້ງ ທີ່ເຫລືອໃສ່ ພື້ນທີ່ຈະລິ້ງແປ້ງເພື່ອບໍ່ໃຫ້ມັນຕິດ. ແລ້ວ ເອົາແປ້ງ ແຕ່ລະກ້ອນ ທີ່ຕັດນັ້ນ ມາລິ້ງເປັນ ແທ່ງຄື ໄສ້ອົ່ວ. ຈາກນັ້ນ ຕັດ ເປັນຕ່ອນ ຍາວ ປະມານ 1 ຊັງຕີແມັດ ແລ້ວ ໃຊ້ ມື ລິ້ງເປັນ ກ້ອນມົນອີກ. ຈາກນັ້ນ ໃຫ້ ໃຊ້ ໄມ້ ລິ້ງໃຫ້ ເປັນແຜ່ນ ແປ ມົນ. ຢ່າລືມ ໂຮຍແປ້ງ ຮອງພື້ນ ເພື່ອບໍ່ໃຫ້ມັນຕິດ.

6. ຈາກນັ້ນ ໃຫ້ ໃຊ້ ໄສ້ໝູ ມາຢອງໃສ່ ເຄິ່ງກາງແຜ່ນ ແປ້ງ ແລ້ວ ຫໍ່ ເທື່ອລະອັນ. ເປັນຮູບ ເຄິ່ງວົງເດືອນ. ຢູ່ໄຕ້ຫວັນ ພວກເຮົາ ຈະເຮັດໄວ້ ເທື່ອລະ ຫລາຍໆ ເພື່ອແຊ່ ແຂງໄວ້ ກິນເທື່ອຫນ້າ.

7. ຄ້າງໝໍ້ ຕົ້ມນ້ຳ ໃຫ້ຟົດກ່ອນ ແລ້ວຈິ່ງ ເອົາກ້ຽວລົງໝໍ້, ຕົ້ມປະມານ 1 ນາທີ ກ້ຽວຈະເລີ່ມ ຟູຂຶ້ນມາ. ຖ້າຫາກວ່າ ເປັນ ກ້ຽວທີ່ແຊ່ແຂງໄວ້ ໃຫ້ ຕື່ມນ້ຳ ເຢັນຈອກໜຶ່ງ ຕອນນີ້ ແລ້ວຕົ້ມຕໍ່ ອີກ 1 ນາທີ.

8. ຈາກນັ້ນ ຕັກອອກ ໃສ່ຈານ ເສີບ ກັບ ນ້ຳສະອິ້ວ. ແຊບໄດ້!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ