ໜ້າຫຼັກສູດອາຫານລາວປະເພດແກງ/ເອາະ

ແກງໝາກມີ້ອ່ອນ

(0 ໂຫວດ) • ໂດຍ ສາວບີ່ ເມືອງເຟືອງ

4 ຄົນ · ປານກາງ · 60 ນາທີ · ຖືກ

ເຄີຍກິນຢູ່ຫວາ ແກງໝາກມີ້? ໄທໃນເມືອງ ຄືຊິບໍ່ຄ່ອຍ ໄດ້ກິນດອກເນາະ. ແຕ່ ຕ່າງແຂວງ ຫລື ຄົນຢູ່ຮົ້ວ ຢູ່ສວນ ເຮົາຮູ້ ເມນູນີ້ດີ ເພາະ ມີຕົ້ນໝາກມີ້ຫລາຍ. ເຄັດລັບ ຄວາມແຊບ ແມ່ນຕ້ອງເລືອກໝາກມີ້ ໃຫ້ໄດ້, ບໍ່ ອ່ອນເກີນໄປ ເພາະຈະບໍ່ມີດຸມ. ແລະ ບໍ່ແກ່ ເກີນໄປ ເພາະ ແກ່ນມັນຈະ ແຂງໂພດ. ແລ້ວ ອີກຢ່າງ ເວລາປອກນີ້ ແມ່ນ ຫາຍະນະ ເລີຍລະ. ເພາະມັນມີຢາງໜຽວຕິດມື. ສະຫລຸບ ງ່າຍໆກະຄື ໄປຊື້້ ອັນເຂົາປອກແລ້ວ ໃນຕະຫລາດ ລະມາແກງຕາມ ສູດນີ້ ເອົາສາເນາະ :)

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຄ້າງໝໍ້ ໃສ່ນ້ຳຢານາງລົງໄປ. ຕາມດ້ວຍ ຫົວສີໄຄທຸບ ແລະ ໃສ່ ໝາກມີ້

2. ປຸງເຄື່ອງທັງໝົດ ລົງໄປ ແລະ ໃສ່ຊີ້ນໝູ. ປິດຝາໝໍ້ ຕົ້ມໄວ້ 30 ນາທີ.

3. ຊີມລົດຊາດ ໃຫ້ພໍດີ ແລ້ວ ຕັກໃສ່ຖ້ວຍ ເສີບ ກິນເຂົ້າສວາຍ ຮ້ອນໆ ເລີຍ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ