ໜ້າຫຼັກສູດອາຫານລາວປະເພດ ຍຳ/ຕຳ/ພັນ

ຕຳຫອຍໂປ້

(2 ໂຫວດ) • ໂດຍ ເຈ້ນ່ອງ ພາເພີນ

2 ຄົນ · ປານກາງ · 30 ນາທີ · ຖືກ

ໃຜກິນຫອຍ? ໃຜມັກກິນເຜັດ? ເຊີນທາງນີ້ເລີຍ. ຕຳຫອຍໂປ້ ແບບບໍ່ແກະເປືອກ. ມັນກະຊິໄດ້ອາລົມ ແບບ ນ້ຳຕຳເຜັດໆ ຊຶມເຂົ້າໄປໃນ ແລ້ວຈິ້ມ ມັນອອກມາກິນເລີຍ :)

ເຄື່ອງປຸງ

ເຄື່ອງຕົ້ມຫອຍ

ເຄື່ອງເຮັດນ້ຳຕຳ

ວິທີເຮັດ

1. ຄ້າງໝໍ້, ໃສ່ນ້ຳ, ເກືອ, ຫົວສີໄຄ, ຂ່າ, ໃບຂີ້ຫູດ ແລະ ຫອຍລົງ. ຕົ້ມໄຟ ແຮງໃຫ້ຟົດ ປະມານ 15 ນາທີ ຫລື ຈົນເກັດ ຫອຍຫລຸດອອກ ຖືວ່າສຸກ. ແລ້ວຕັກ ເອົາ ແຕ່ຫອຍອອກໄວ້ ຊາມ ປະໃຫ້ເຢັນ.

2. ກຽມຄົກ ແລະ ສາກ ມາຕຳເຄື່ອງ: ໃສ່ໝາກເຜັດ, ກະທຽມ, ກະປິ, ນ້ຳຕານ, ແປ້ງນົວ. ຕຳໃຫ້ແຫລກ.

3. ໃສ່ ປາແດກ, ໝາກເລັ່ນ ຊອຍ, ແລະ ບີບໝາກນາວລົງ. ຍວກໆ ໃຫ້ເຂົ້າກັນ ແລ້ວ ຊີມລົດຕາມໃຈມັກ.

4. ເອົານ້ຳທີ່ຕຳນັ້ນ ຖອກລົງ ຊາມຫອຍ, ແລ້ວ ໃສ່ ຫອມເປຊອຍ. ໃຊ້ ຈອງຄົນໃຫ້ເຂົ້າກັນດີ. ເປັນອັນວ່າ ກຽມແຊບໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ