ໜ້າຫຼັກສູດອາຫານລາວປະເພດຈືນ

ເຂົ້າໂຄບ

(0 ໂຫວດ) • ໂດຍ Odara’s Secret Ingredients

1 ຈານ · ງ່າຍ · 3 ນາທີ · ຖືກ

ຢູ່ລາວ, ສ່ວນໃຫຍ່ ເຂົ້າໂຄບ ແມ່ນ ເຮັດຈາກ ເຂົ້າໜຽວໜຶ້ງທີ່ເຫລືອ. ເຂົ້າໂຄບສາມາດ ໃສ່ນຳ ສະຫລັດ ຫລື ເຮັດໝ້ຽງ ຫລື ກິນເປັນຂອງຫວານ ແບບ ເຮັດເປັນແຜ່ນ ແລ້ວ ເອົານ້ຳຕານຂ້ຽວ ຫລື ນ້ຳອ້ອຍ ໂຮຍໃສ່.

ສູດຈາກ FB Odara’s Secret Ingredients, Blog Blog Odara’s Secret Ingredients

ເຄື່ອງປຸງ

ວິທີເຮັດ

ເອົາເຂົ້າໜຽວໜຶ້ງ ມາບີບແຍກ ເປັນເມັດ ໃສ່ກະດົ້ງ ແລະ ນຳໄປຕາກແດດ. ໃຫ້ປີ້ນເຂົ້າ ຫລັງຈາກຕາກໄດ້ ປະມານ 2-3ຊົ່ວໂມງ .

ເມື່ອ ເຂົ້າແຫ້ງ ດີແລ້ວ ໃຫ້ນຳ ໄປຈືນໃນໝໍ້ ທີ່ມີ ນ້ຳມັນຮ້ອນ ປະມານ 170°C ເປັນເວລາ 3 ນາທີ ຫລື ຈົນກວ່າ ຈະອອກ ສີເຫລືອງ. ແລ້ວຕັກອອກ ໃຫ້ສະເດັດນ້ຳມັນ.

ໝາຍເຫດ: ຖ້າເຂົ້າຕົກໂໝກ ຖືວ່າ ຕາກບໍ່ໄດ້ທີ່ (ອາກາດ ອາດຈະຊຸ່ມໂພດ, ຫລື ອຸນນະພູມ ຕ່ຳເກີນໄປ,...)ສະນັ້ນ ບໍ່ຄວນກິນ.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ