ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ຂົ້ວໝີ່

(1 ໂຫວດ) • ໂດຍ Saeng Douangdara

1 ຈານ · ປານກາງ · 40 ນາທີ · ປານກາງ

ຂົ້ວໝີ່ ເປັນອາຫານ ອີກຈານໜຶ່ງ ທີ່ເປັນເອກະລັກ ຂອງລາວ. ອາລົມແບບວ່າ ເວລາຕັກຂົ້ວໝີ່ ເຂົ້າປາກ ບວກກັບ ຈືນໄຂ່ແຜ່ນຊອຍ, ຜັກຫອມ, ແລະ ໝາກເຜັດແຫ້ງທອດ. ເຈົ້້າຈະຮູ້ວ່າ ເປັນຫຍັງຄົນຈຶ່ງມັກກິນ. ຂົ້ວໝີ່ ຈັດເປັນອາຫານ ຍາມມີປາຕີ້ ແລະ ເວລາ ຂົ້ວປະໄວ້ໃຫ້ມັນເຢັນ ມັນຈະແຊບກວ່າ. ຖ້າງານໃດ ເຫັນຂ້ອຍ ຖືຖາດຂົ້ວໝີ່ ແລ້ວ ຢ່າງອອກຈາກງານ ກະຢ່າວ່າກັນເດີ.

ສູດຈາກ FB Saeng Douangdara, YT Lao Food at Saeng’s Kitchen

ວິດິໂອ

ເຄື່ອງປຸງ

ສ່ວນປະກອບເຮັດຈືນໄຂ່ແຜ່ນ

ສ່ວນປະກອບຂົ້ວໝີ່

ວິທີເຮັດ

1. ລ້າງເສັ້ນເຝີ ນ້ຳໜຶ່ງ ແລ້ວ ແຊ່ໄວ້ 30 ນາທີ ໃນອຸນນະພູມຫ້ອງ.

2. ເອົາ ຖ້ວຍມາ ເຕາະໄຂ່ໃສ່, ໃສ່ເກືອ ແລະ ພິກໄທ ແນວລະ ຢິບມື. ຄົນໃຫ້ເຂົ້າກັນ.

3. ຕັ້ງໝໍ້ ກະທະ ໃສ່ນ້ຳມັນ ໃຫ້ຮ້ອນໆ ແລ້ວ ເທໄຂ່ລົງ ຈືນປະມານ 2-3 ນາທີ ໃຫ້ມັນເຫລືອງ ແຫ້ມ. ແລ້ວປີ້ນ ທາງ, ຈືນຕໍ່ອີກ 1 ນາທີ. ຈິ່ງຕັກອອກ ໃສ່ຈານ ແລ້ວ ຊອຍເປັນເສັ້ນ.

4. ຄ້າງໝໍ້ຂາງ ໃສ່ນ້ຳມັນ ແລະ ນ້ຳຕານ ແລ້ວຂົ້ວໃຫ້ ມັນອອກສີນ້ຳຕານອ່ອນ.

5. ຈາກນັ້ນ ໃສ່ກະທຽມ ແລະ ຫອມບົ່ວແດງຊອຍ, ຂົ້ວຕໍ່ປະມານ 30 ວິນາທີ. (ລະວັງຢ່າໃຫ້ໄຫມ້)

6. ແລ້ວໃສ່ນ້ຳ ເພື່ອ ບໍ່ໃຫ້ນ້ຳຕານໄຫມ້.

7. ໃສ່ ສະອິ້ວ, ຊ໊ອສປຸງລົດ, ນ້ຳມັນຫອຍ, ແລະ ນ້ຳປາ ແລ້ວ ຕົ້ມໃຫ້ຟົດ.

8. ໃສ່ ເສັ້ນເຝີ ທີ່ແຊ່ນ້ຳໄວ້ແລ້ວນັ້ນ. ລົງໄປໃນໝໍ້ຂາງ. ຂົ້ວໃຫ້ມັນດູດ ເອົານ້ຳຊ໊ອສທັງໝົດ ແລ້ວ ຈຶ່ງເອົາ ອອກມາໃສ່ ຊາມ ປະໄວ້.

9. ປະໃຫ້ໝີ່ເຢັນ 30 ນາທີ ແລ້ວຈິ່ງຄ່ອຍໆ ແຍກເສັ້້ນໝີ່ ອອກຈາກກັນ. ໃສ່ ຫອມປ້ອມ, ຫອມບົ່ວ, ແລະ ຖົ່ວງງອກ ແລ້ວ ຄົນເບົາໆ. ສຸດທ້າຍ ໂຮຍໄຂ່ ຈືນ ແລະ ໝາກເຜັດແຫ້ງໃສ່ ທາງເທິງ. ພ້ອມແຊບໄດ້.

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ