ໜ້າຫຼັກສູດອາຫານລາວປະເພດຈືນ

ທອດໝູ ສາມຊັ້ນ

(1 ໂຫວດ) • ໂດຍ ທີມແຊບ yoosai.la

2 ຄົນ · ປານກາງ · 20 ນາທີ · ປານກາງ

ທອດໝູສາມຊັ້ນ ເປັນອີກ ເມນູໜຶ່ງ ທີ່ກິນແລ້ວຢຸດບໍ່ໄດ້. ຢ່າໄດ້ ເວົ້າເຖິງນ້ຳໜັກ, ໃຫ້ເກັບໄວ້ໃນໃຈກ່ອນ. ມື້ນີ້ຂໍ ມ່ວນກັບການ ກິນກ່ອນສາເນາະ. ມາເດີ ມາເດີ.

ວິດິໂອ

ເຄື່ອງປຸງ

ເຄື່ອງໝັກໝູ

ເຄື່ອງເຮັດແຈ່ວ

ເຄື່ອງປຸງອື່ນໆ

ວິທີເຮັດ

1. ກ່ອນອື່ນ ໝັກໝູ ດ້ວຍ ເກືອ, ນ້ຳຕານ, ພິກໄທ, ນ້ຳປາ, ນ້ຳມັນຫອຍ, ແປ້ງສຳລັບທອດ, ແລະ ນ້ຳ. ປະສົມ ໃຫ້ເຂົ້າກັນດີ.

2. ຄ້າງໝໍ້ ໃສ່ນ້ຳມັນ ໃຫ້ຮ້ອນ ແລ້ວຈຶ່ງ ເອົາໝູລົງທອດ. ທອດໃຫ້ເຫລືອງ ແລະ ແຫ້ມກອບ ແລ້ວ ຕັກອອກໄວ້.

3. ເຮັດແຈ່ວ: ເອົາຖ້ວຍແຈ່ວມາ, ໃສ່ ເຜັດປົ່ນ, ເຂົ້າຂົ້ວ, ນ້ຳປາ, ນ້ຳຕານ, ໝາກນາວ, ຕື່ມນ້ຳ ໜ້ອຍໜຶ່ງ. ຄົນໃຫ້ ນ້ຳຕານເປື່ອຍ. ໂຮຍຫອມປ້ອມໃສ່.

4. ພ້ອມເສີບ ໄດ້ເລີຍ. ຈັບຕ່ອນໝູ ກອ໊ບກອບ ມາຄຸ້ຍ ແຈ່ວ. ຍົກເບຍເຢັນໆໃສ່ ກະເຂົ້້າທ່າ ຢູ່ໃດເນາະ!

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ