ໜ້າຫຼັກສູດອາຫານລາວປະເພດຂົ້ວ/ຜັດ

ຜັດກົກປີກໄກ່

(0 ໂຫວດ) • ໂດຍ ທີມແຊບ yoosai.la

4 ຄົນ · ງ່າຍ · 30 ນາທີ · ປານກາງ

ມີໃຜຢາກກິນ ຜັດກົກປີກ ໄກ່ນຳບໍ່? ຖື ຖ້ວຍເຂົ້າມາ ກິນນຳກັນເດີ. ຫາກະຜັດແຊບແຊບ ຫອມໆ ແລ້ວໆ ນີ້.

ວິດິໂອ

ເຄື່ອງປຸງ

ວິທີເຮັດ

1. ຕຳຫອມບົ່ວແດງ, ກະທຽມ, ຂ່າ, ຫົວສີໄຄ, ໝາກເຜັດ ໃຫ້ແຫລກ. ແລ້ວນຳໄປ ຄົນໃສ່ ປີກໄກ່ໃນຊາມ. ເອົາໃບຂີ້ຫູດໃສ່ ແລະ ໃສ່ຫົວສີໄຄຊອຍເພີ່ມ.

2. ປຸງລົດ ດ້ວຍ ເກືອ, ນ້ຳຕານ, ນ້ຳປາ, ນ້ຳມັນຫອຍ. ຄົນໃຫ້ເຂົ້າກັນ.

3. ຄ້າງໝໍ້ ກະທະ, ໃສ່ນ້ຳມັນ ແລະ ໃສ່ກະທຽມ ຂົ້ວໃຫ້ ຫອມ ແລ້ວ ເອົາໄກ່ລົງ. ຂົ້ວໃຫ້ເຂົ້າກັນ ດີ, ໃສ່ ຫົວສີໄຄຕັດ ເພີ່ມອີກ ຈັກ 5 ກ້ານ. ແລ້ວ ຂົ້ວໃຫ້ໄກ່ ແລະ ເຄື່ອງຕຳ ມີກິ່ນຫອມ ຈິ່ງ ຖອກນ້ຳໃສ່.

4. ປິດຝາໄວ້ ເຮັດໄຟກາງ ປະມານ 10 ນາທີ ຫລືຈົນກວ່າ ໄກ່ຈະສຸກ( ຖ້ານ້ຳມັນແຫ້ງ ໃຫ້ ຕື່ມໃສ່ ອີກ ໜ້ອຍຫນຶ່ງໄດ້)

5. ຊີມລົດຊາດ ໃຫ້ພໍດີ ແລ້ວ ຕັກເສີບ. ພ້ອມແຊບໄດ້ :)

ໂຫວດຂອງທ່ານ (1 ດາວ = ບໍ່ມັກ, 5 ດາວ = ມັກຫຼາຍ)


ຄຳເຫັນ


ເບິ່ງເພີ່ມ

 
ລິ້ງນີ້ໄດ້ຖືກກ໋ອບປີ້ໄວ້ແລ້ວ